• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບກຳມະການລັດຖະບານ,ລັດຖະມົນຕີການຕ່າງປະເທດຈີນຫວາງອີ

      ຕອນເຊົ້າວັນທີ 01 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະຫວຽດນາມ ເຈີ່ນດ້າຍວາງ ໄດ້ໃຫ້ການຕ້ອນຮັບທ່ານກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 6.
      
ທ່ານປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບກຳມະການລັດຖະບານ,ລັດຖະມົນຕີການຕ່າງປະເທດຈີນຫວາງອີ)
      ທີ່ການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ 2 ປະເທດຄວນເພີ່ມທະວີການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ. 2 ຝ່າຍຄວນເອົາໃຈໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການ ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວລະຫວ່າງ 2 ປະເທດຢ່າງຖືກຕ້ອງ ແລະ ຄົບຖ້ວນ; ຊຸກຍູ້ການພັດທະນາເສດຖະກິດ, ການຄ້າ, ການລົງທຶນເພື່ອໃຫ້ເໝາະສົມກັບການພົວພັນດ້ານການເມືອງລະຫວ່າງ 2 ປະເທດ; ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນແລກປ່ຽນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນທຸກຊັ້ນວັນນະ. ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍແກ້ໄຂບັນຫາບົນທະເລໃຫ້ເປັນຢ່າງດີ ບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ເຄົາລົບກົດໝາຍສາກົນ. 2 ຝ່າຍຄວນປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ລັດ, ບັນດາຫຼັກການພື້ນຖານໃນການຊີ້ນຳການແກ້ໄຂບັນຫາບົນທະເລ ແລະ ບັນດາຂໍ້ກຳນົດຂອງກົດໝາຍສາກົນຢ່າງເຂັ້ມງວດ ເພື່ອແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ. ພ້ອມທັງ, 2 ຝ່າຍຄວນຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ບໍ່ຄວນມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.
        ທ່ານຫວາງອີ, ກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ຮ່ວມມືຮອບດ້ານຈີນ - ຫວຽດນາມ. ທ່ານຫວາງອີ ໃຫ້ຮູ້ວ່າ, ຈີນ ຈະປະຕິບັດຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາບົນທະເລຫວຽດນາມ - ຈີນ ຢ່າງເຂັ້ມງວດ; ປາດຖະໜາວ່າ 2 ຝ່າຍຄວບຄຸມ ແລະ ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ແກ້ໄຂບັນຫາບົນທະເລຢ່າງສົມເຫດສົມຜົນ.
        ກ່ອນໜ້ານັ້ນ, ວັນທີ 31 ມີນາ, ທີ່ການຕ້ອນຮັບທ່ານກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍຕັ້ງໜ້າແລກປ່ຽນ, ຜັນຂະຫຍາຍບັນດາມາດຕະການຊຸກຍູ້ດ້ານການຄ້າ 2 ຝ່າຍໃຫ້ພັດທະນາໃຫ້ດຸ່ນດ່ຽງ, ໝັ້ນຄົງ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄົມມະນາຄົມຂົງສົ່ງ, ກະສິກຳ, ສິ່ງແວດລ້ອມ, ວິທະຍາສາດເຕັກໂນໂລຊີ, ການເງິນ, ເງິນຕາ…
 (ແຫຼ່ງຄັດຈາກ VOV)

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD.

Top