• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດວໍ້ວັນເຖືອງລົງພົບປະກັບ ຜູ້ມີສິດເລືອກຕັ້ງນະຄອນ ດ່າໜັງ

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ນະຄອນ ດ່າຫນັງ, ທ່ານປະທານປະເທດວໍ້ວັນເຖືອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ດ່າໜັງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຫາຍເຈົາ, ແທງເຄ, ເຊີນຈ່າແລະ ງູ້ແຫ່ງເຊີນ ເພື່ອລາຍງານໝາກຜົນ. ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ 15.
ປະທານປະເທດວໍ້ວັນເຖືອງກ່າວຄຳເຫັນທີ່ການ ພົບປະກັບ ຜູ້ມີສິດເລືອກຕັ້ງ

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງໄດ້ຊົມເຊີຍ ແລະ ຕີລາຄາສູງໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 15 ທີ່ໄດ້ເຂົ້າຮ່ວມການແກ້ໄຂ ແລະ ຮັບຮອງເອົາຫຼາຍເນື້ອໃນວຽກງານສຳຄັນ. ຜູ້ມີສິດເລືອກຕັ້ງເຊື່ອໝັ້ນ ແລະ ຕີລາຄາສູງບົດບາດນຳພາຂອງພັກ ແລະ ລັດ ໃນການບໍລິຫານການພັດທະນາເສດຖະກິດ - ສັງຄົມ ດ້ວຍບັນດາຜົນງານທີ່ສຳຄັນ; ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນພັກ ແລະ ລັດ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ.         ທ່ານປະທານປະເທດວໍ້ວັນເຖືອງ ຢືນຢັນວ່າ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຍາມໃດກໍໄດ້ຮັບການຊີ້ນຳນຳພາຈາກ ພັກ ແລະ ລັດ ດ້ວຍຄວາມຕັດສິນໃຈທາງການເມືອງສູງ, ດ້ວຍທິດນຳ ບໍ່ຢຸດບໍ່ເຊົ່າ. , ບໍ່ມີເຂດຫ້າມ, ບໍ່ມີກໍລະນີພິເສດ.

ຕອນບ່າຍວັນດຽວກັນນີ້, ກ່ອນການພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ດ່າໜັງ, ທ່ານປະທານປະເທດ ວໍ້ວັນເຖືອງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວວັດທະນະທຳທີ່ດີເດັ່ນ ຂອງຄູປະຊາຊົນ ຫງວຽນຈ້ອງຮ່ວາງ, ຢູ່ຕາແສງ ບິ່ງທ້ວນ, ເມືອງ ຫາຍເຈົາ, ເນື່ອງໃນໂອກາດວັນຄອບຄົວ ຫວຽດນາມ 28 ມິຖຸນາ. 

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top