• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງ ເໝິນໂອ້ລົມສົນທະນາກັບສາສະນິກະຊົນສາສະໜາຮ່ວາຮ໋າວ

ໃນຕອນບ່າຍວັນທີ 20 ມິຖຸນາ, ທ່ານ ເຈິ່ນແທັງເໝິນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນປະທານ ໃນການພົບປະ, ໂອ້ລົມກັບຄະນະບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຮ່ວາຮ໋າວ, ບັນດາຜູ້ມີຕໍາແໜ່ງໜ້າທີ່ວຽກງານ ແລະ ສາສະນິກະຊົນສາສະໜາຮ່ວາຮ໋າວ. ຢູ່ມືອງ ຝູເຕິນ, ແຂວງ ອານຢາງ.

ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ

ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN)


ກ່າວຄຳເຫັນທີ່ການພົບປະ, ໂອ້ລົມດັ່ງກ່າວ, ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ຊີ້ແຈ້ງວ່າໃນຊຸມປີຜ່ານມາ,  ຄະນະບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຮ່ວາຮ໋າວ ແລະ ພໍ່ແມ່ປະຊາຊົນທີ່ຖືສາສະໜາຮວ່າຮ໋າວ ໄດ້ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດເປັນຢ່າງດີ; ມີຄວາມສາມັກຄີກັບປະຊາຊົນທຸກຊັ້ນວັນນະ: ຕັ້ງໜ້າ ຕອບສະໜອງບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາຂະບວນການຕ່າງໆ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມປຸກລະດົມ, ພິເສດແມ່ນໃນວຽກງານສັງຄົມກຸສົນສົງເຄາະ. ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າດ້ວຍຄວາມປາດຖະໜາຢາກຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ທຸກຊັ້ນຄົນ, ໃນກອງປະຊຸມພົບປະກັບ ຄະນະບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາ ຮວ່າຮ໋າວ ແລະ ພໍ່ແມ່ປະຊາຊົນທີ່ຖືສາສະໜາ ຮ່ວາຮ໋າວ, ທ່ານໄດ້ຮັບເອົາບັນດາຄຳເຫັນຈາກນໍ້າໃສໃຈຈິງ, ກົງໄປກົງມາ ຕໍ່ກັບບັນດາຄຳຖາມທີ່ ພົວພັນໂດຍກົງກັບກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນ, ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ມີມູມມອງຫຼາຍທິດຕື່ມອີກກ່ຽວກັບການດຳລົງຊີວິດ ແລະ ຈຸດດີງາມໃນການດຳເນີນຊີວິດປະຈໍາວັນ ຂອງພໍ່ແມ່ນປະຊາຊົນທີ່ຖືສາສະໜາ ຮ່ວາຮ໋າວ./.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top