• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິຮູບລະບອບລະບຽບການ, ແກ້ໄຂຈຸດອຸດຕັນ, ປະຕິບັດມະຕິເລກທີ 01 ຂອງລັດຖະບານໃຫ້ມີປະສິດທິຜົນ

ກະຊວງຍຸຕິທຳກໍ່ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ.
ທ່ານ ຫງວຽນແທັງຕູ, ຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ (ພາບ: VGP/QP)

ທີ່ກອງປະຊຸມຖະແຫງຂ່າວນັດສາມັນປະຈຳເດືອນ ມັງກອນ ຂອງລັດຖະບານ ຫວຽດນາມ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 04 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນແທັງຕູ, ຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ໄດ້ແຈ້ງຂໍ້ມູນດ້ານເນື້ອໃນຂອງການປະຕິຮູບລະບອບລະບຽບການ ເພື່ອແກ້ໄຂບັນດາ “ຈຸດອຸດຕັນ” ໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນໃນການປະຕິບັດມະຕິເລກທີ 01 ຂອງລັດຖະບານ.

        ຕາມທ່ານຮອງລັດຖະມົນຕີ ຫງວຽນແທັງຕູ ແລ້ວ, ດ້ວຍບົດບາດເປັນອົງການໃຫ້ຄຳປຶກສາແກ່ລັດຖະບານໃນຂົງເຂດນີ້, ກະຊວງຍຸຕິທຳ ຈະສຸມໃສ່ເປັນເສນາທິການຜັນຂະຫຍາຍບັນດາໝວດໜ້າທີ່, ມາດຕະການແກ້ໄຂຈຸດສຸມ. ໃນນັ້ນ, ໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2026, ຄາດວ່າ ລັດຖະບານຈະຍື່ນສະເໜີຮ່າງກົດໝາຍ, ມະຕິ 44 ສະບັບຕໍ່ສະພາແຫ່ງຊາດ. ພ້ອມກັນນັ້ນ, ກະຊວງຍຸຕິທຳກໍ່ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ທ່ານຮອງລັດຖະມົນຕີ ຫງວຽນແທັງຕູ ໃຫ້ຮູ້ວ່າ:

        “ກະຊວງຍຸຕິທຳຈະສືບຕໍ່ຄົ້ນຄວ້າ, ຍື່ນສະເໜີກົມການເມືອງກ່ຽວກັບແຜນຮ່າງຍຸດທະສາດສ້າງລະບົບກົດໝາຍ ຫວຽດນາມ ໃຫ້ສົມບູນແບບ ໃນສັງກາດໃໝ່, ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ພ້ອມກັນນັ້ນ, ທາງກະຊວງກໍ່ຈະຄົ້ນຄວ້າ, ສ້າງບົດລາຍງານຍື່ນສະເໜີຂັ້ນມີສິດອຳນາດກ່ຽວກັບປະມວນມາດຖານ ແລະ ເຄື່ອງມືຕີລາຄາຄວາມຈຳເປັນຂອງລະບຽບການບໍລິຫານ, ເພື່ອຫັນເປັນງ່າຍດາຍ, ຫຼຸດຜ່ອນລະບຽບການໃຫ້ແກ່ປະຊາຊົນ, ວິສາຫະກິດ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເປັນ​ປະ​ທານ​ວາ​ລະ​ໄຂ​ກອງ​ປະ​ຊຸມ ກວດ​ກາ​ຕີ​ລາ​ຄາ​ສົນ​ທິ​ສັນ​ຍາ NPT ຄັ້ງ​ທີ 11

ຫວຽດ​ນາມ​ເປັນ​ປະ​ທານ​ວາ​ລະ​ໄຂ​ກອງ​ປະ​ຊຸມ ກວດ​ກາ​ຕີ​ລາ​ຄາ​ສົນ​ທິ​ສັນ​ຍາ NPT ຄັ້ງ​ທີ 11

ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານກອງ​ປະ​ຊຸມ ໄດ້​ສະ​ແດງ​​ໃຫ້​ເຫັນການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ​ການກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ.

Top