ຂ່າວສານ

ປະຕິຮູບລະບອບລະບຽບການ, ແກ້ໄຂຈຸດອຸດຕັນ, ປະຕິບັດມະຕິເລກທີ 01 ຂອງລັດຖະບານໃຫ້ມີປະສິດທິຜົນ

ກະຊວງຍຸຕິທຳກໍ່ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ.
ທ່ານ ຫງວຽນແທັງຕູ, ຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ (ພາບ: VGP/QP)

ທີ່ກອງປະຊຸມຖະແຫງຂ່າວນັດສາມັນປະຈຳເດືອນ ມັງກອນ ຂອງລັດຖະບານ ຫວຽດນາມ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 04 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນແທັງຕູ, ຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ໄດ້ແຈ້ງຂໍ້ມູນດ້ານເນື້ອໃນຂອງການປະຕິຮູບລະບອບລະບຽບການ ເພື່ອແກ້ໄຂບັນດາ “ຈຸດອຸດຕັນ” ໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນໃນການປະຕິບັດມະຕິເລກທີ 01 ຂອງລັດຖະບານ.

        ຕາມທ່ານຮອງລັດຖະມົນຕີ ຫງວຽນແທັງຕູ ແລ້ວ, ດ້ວຍບົດບາດເປັນອົງການໃຫ້ຄຳປຶກສາແກ່ລັດຖະບານໃນຂົງເຂດນີ້, ກະຊວງຍຸຕິທຳ ຈະສຸມໃສ່ເປັນເສນາທິການຜັນຂະຫຍາຍບັນດາໝວດໜ້າທີ່, ມາດຕະການແກ້ໄຂຈຸດສຸມ. ໃນນັ້ນ, ໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2026, ຄາດວ່າ ລັດຖະບານຈະຍື່ນສະເໜີຮ່າງກົດໝາຍ, ມະຕິ 44 ສະບັບຕໍ່ສະພາແຫ່ງຊາດ. ພ້ອມກັນນັ້ນ, ກະຊວງຍຸຕິທຳກໍ່ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ທ່ານຮອງລັດຖະມົນຕີ ຫງວຽນແທັງຕູ ໃຫ້ຮູ້ວ່າ:

        “ກະຊວງຍຸຕິທຳຈະສືບຕໍ່ຄົ້ນຄວ້າ, ຍື່ນສະເໜີກົມການເມືອງກ່ຽວກັບແຜນຮ່າງຍຸດທະສາດສ້າງລະບົບກົດໝາຍ ຫວຽດນາມ ໃຫ້ສົມບູນແບບ ໃນສັງກາດໃໝ່, ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ພ້ອມກັນນັ້ນ, ທາງກະຊວງກໍ່ຈະຄົ້ນຄວ້າ, ສ້າງບົດລາຍງານຍື່ນສະເໜີຂັ້ນມີສິດອຳນາດກ່ຽວກັບປະມວນມາດຖານ ແລະ ເຄື່ອງມືຕີລາຄາຄວາມຈຳເປັນຂອງລະບຽບການບໍລິຫານ, ເພື່ອຫັນເປັນງ່າຍດາຍ, ຫຼຸດຜ່ອນລະບຽບການໃຫ້ແກ່ປະຊາຊົນ, ວິສາຫະກິດ”.


top