ຕອນບ່າຍວັນທີ 6 ມີນາ, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນກອງປະຊຸມປະກາດຂໍ້ຕົກລົງກວດກາ, ຕິດຕາມກວດກາຂອງກົມການເມືອງ, ຄະນະເລຂາທິການປີ 2026 ສຳລັບຄະນະປະຈຳພັກສະພາແຫ່ງຊາດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານກອງປະຊຸມ
ໂດຍເປັນປະທານກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຮຽກຮ້ອງໃຫ້ຄະນະປະຈຳພັກສະພາແຫ່ງຊາດ ກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນສະໄໝ 2026 – 2031 ໃຫ້ເປັນຢ່າງດີທີ່ສຸດ. ທ່ານກ່າວວ່າ:
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
“ເມື່ອປຽບທຽບກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຄັ້ງກ່ອນໆ, ພວກເຮົາເຫັນວ່າ ຄັ້ງນີ້ມີບັນດາຄຳຮຽກຮ້ອງ, ລັກສະນະທີ່ແຕກຕ່າງກັນ. ວຽກງານໄດ້ດຳເນີນຢ່າງຮີບເຮັ່ງທີ່ສຸດ, ຄຳຮຽກຮ້ອງຕ້ອງການນັບມື້ນັບສູງກວ່າ, ສົມບູນກວ່າ, ຕິດແທດກັບຄຳຮຽກຮ້ອງຕົວຈິງກວ່າ. ເລື່ອງຊີ້ນຳ, ນຳພາສະພາເລືອກຕັ້ງແຫ່ງຊາດຈັດຕັ້ງສຳເລັດການເລືອກຕັ້ງ ແມ່ນກ່ຽວຂ້ອງເຖິງທຸກດ້ານວຽກງານ, ນັບແຕ່ການໂຄສະນາ, ຮັບປະກັນຄວາມສະຫງົບປອດໄພ. ເປົ້າໝາຍສູງສຸດແມ່ນເຮັດແນວໃດໄດ້ຮັບການຕອບສະໜອງຈາກຜູ້ມີສິດເລືອກຕັ້ງເຂົ້າຮ່ວມຢ່າງຄົບຖ້ວນທີ່ສຸດ, ປະຕິບັດຖືກຕ້ອງຕາມບັນດາຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງເຖິງການເລືອກຕັ້ງ, ບໍ່ໃຫ້ເກີດບັນດາບັນຫາໃໝ່.”
(ແຫຼ່ງຄັດຈາກ VOV)