ຕອນເຊົ້າວັນທີ 08 ເມສາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນການແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ; ຮັບຮອງເອົາມະຕິວ່າດ້ວຍໂຄງປະກອບຈຳນວນສະມາຊິກຄະນະລັດຖະບານ; ຮັບຮອງເອົາບັນດາມະຕິກ່ຽວກັບການໃຫ້ສັດຕະຍາບັນການແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ບັນດາສະມາຊິກອື່ນໆຂອງລັດຖະບານ.
ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນຮອງປະທານ ແລະ ບັນດາກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບດ້ວຍລະບົບການລົງຄະແນນສຽງແບບເອເລັກໂຕນິກ (ພາບປະກອບ: qdnd.vn)
ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI, ຕອນເຊົ້າວັນທີ 08 ເມສາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນການແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ; ຮັບຮອງເອົາມະຕິວ່າດ້ວຍໂຄງປະກອບຈຳນວນສະມາຊິກຄະນະລັດຖະບານ; ຮັບຮອງເອົາບັນດາມະຕິກ່ຽວກັບການໃຫ້ສັດຕະຍາບັນການແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ບັນດາສະມາຊິກອື່ນໆຂອງລັດຖະບານ. ກໍໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນຮອງປະທານ ແລະ ບັນດາກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບດ້ວຍລະບົບການລົງຄະແນນສຽງແບບເອເລັກໂຕນິກ.
ເລື່ອງສະພາແຫ່ງຊາດເລືອກຕັ້ງໄດ້ບັນດາຕຳແໜ່ງການນຳຫຼັກແຫຼ່ງຂອງລັດ ແລະ ລັດຖະບານ ໄດ້ຮັບຄວາມສົນໃຈເປັນພິເສດຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ, ພ້ອມທັງເປີດອອກບັນດາຄວາມຫວັງໃໝ່ຕໍ່ກົງຈັກລັດຊຸດໃໝ່ທີ່ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ ແລະ ຮັບໃຊ້ຜົນປະໂຫຍດລວມຂອງປະເທດຊາດໄດ້ເປັນຢ່າງດີກວ່າ.
“ພວກຂ້າພະເຈົ້າຫວັງວ່າ ໃນຖານະປະທານປະເທດ, ທ່ານ ໂຕເລິມ ຈະມີບັນດາບາດກ້າບຸກທະລຸຢ່າງແຮງໃນການຊີ້ນຳບໍລິຫານເພື່ອໃຫ້ເສດຖະກິດຂອງປະເທດຊາດໄດ້ຮັບການເຕີບໂຕສອງຕົວເລກຢ່າງຕໍ່ເນື່ອງ, ກາຍເປັນປະເທດພັດທະນາ, ເພື່ອໃຫ້ປະຊາຊົນມີຄວາມຮັ່ງມີກວ່າ, ມີລາຍຮັບສູງ, ຢັ້ງຢືນທີ່ຕັ້ງບົດບາດ ຫວຽດນາມ ນັບມື້ນັບສູງໃນເວທີສາກົນ”.
“ພວກຂ້າພະເຈົ້າຫວັງຢ່າງຍິງວ່າ ບັນດາຜູ້ນຳຕ້ອງເຮັດເພື່ອປະເທດຊາດ ເພື່ອປະຊາຊົນ, ຕິດແທດກັບປະຊາຊົນ, ໃກ້ຊິດກັບປະຊາຊົນເພື່ອຮັບໃຊ້ປະຊາຊົນໄດ້ເປັນຢ່າງດີກວ່າ”.
(ແຫ່ງຄັດຈາກ VOV)