• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດການແຍກຕົວລວມໝູ່ເປັນເວລາ 14 ວັນສຳລັບຜູ້ເຂົ້າເມືອງຫວຽດນາມທີ່ມາຈາກບັນດາປະເທດອາຊຽນ

      ຕໍ່ໜ້າສະພາບໂລກລະບາດໂຄວິດ-19 ແຜ່ລະບາດຢູ່ອາຊີຕາເວັນອອກສ່ຽງໃຕ້, ລັດຖະບານຫວຽດນາມໄດ້ຮຽກຮ້ອງໃຫ້ມີການແຍກຕົວສຳລັບຜູ້ເຂົ້າເມືອງຫວຽດນາມທັງໝົດທີ່ມາຈາກບັນດາປະເທດຢູ່ພາກພື້ນ.
ກອບ: Vietnamnet)
      ລະອຽດແມ່ນ, ລັດຖະບານຫວຽດນາມໄດ້ຮຽກຮ້ອງໃຫ້ຜູ້ໂດຍສານເຊິ່ງແມ່ນພົນລະເມືອງທີ່ມາຈາກບັນດາປະເທດອາຊຽນຫຼືພົນລະເມືອງຂອງປະເທດອື່ນໆທີ່ເຄີຍຫຼືໄປຜ່ານແດນບັນດາປະເທດອາຊຽນໃນຮອບເວລາ 14 ວັນກ່ອນທີ່ເຂົ້າເມືອງຫວຽດນາມຈະຖືກບັງຄັບໃຫ້ແຍກຕົວຢູ່ລວມໝູ່ເປັນເວລາ 14 ວັນ, ໂດຍມີການຄິດໄລ່ນັບແຕ່ມື້ເຂົ້າເມືອງ. ການປະຕິບັດການແຍກຕົວແມ່ນກຳນົດເວລານັບແຕ່ 00ໂມງວັນທີ 18 ມີນາ 2020.
ໃນຂະນະນັ້ນ, ກະຊວງຄົມມະນາຄົມຂົນສົ່ງຫວຽດນາມກໍ່ໄດ້ຮຽກຮ້ອງໃຫ້ຜູ້ໂດຍສານທັງໝົດທີ່ບິນຢູ່ພາຍໃນປະເທດກໍ່ຕ້ອງແຈ້ງອາການສຸຂະພາບ, ວັດແທກອຸນຫະພູມຮ່າງກາຍກ່ອນທີ່ຈະຂຶ້ນຍົນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top