• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນ ແລະ ແຂກທ່ອງທ່ຽວໄປບູຊາຢູ່ວັດຍາມຕົ້ນລະດູບານໃໝ່

ອາກາດໃນຊຸມມື້ຕົ້ນບຸນເຕັດມີແສງແດດອົບອຸ່ນ, ສ້າງຄວາມສະດວກເພື່ອໃຫ້ປະຊາຊົນໄປບູຊາຢູ່ວັດ ຂໍໃຫ້ປີໃໝ່ມີຄວາມສະງົບສຸກ.
(ຢູ່ເຂດພູພຽງ ມົກເຈົາ, ແຂວງ ເຊີນລາ, ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 13.000 ເທື່ອຄົນ)

ແຂວງ ກວາງນິງ, ບັນດາສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານ, ຄື: ວິຫານ ເກືອອົງ - ກັບຕຽນ, ວິຫານພະອໍລະຫັນ ເຈິ່ນກວັກງຽນ ຫຼື ເຂດປູຊະນີຍະສະຖານວັດ ອຽນຕື, ຍາມໃດກໍ່ດຶງດູດປະຊາຊົນມາຖະຫວາຍບູຊາ, ຢ້ຽມຊົມຍາມຕົ້ນປີໃໝ່. ທ່ານ ດົ່ງກວາງແຄງ ແລະ ທ່ານນາງ ເລທິຮົ່ງ ຢູ່ນະຄອນ ຮະລອງ, ໃຫ້ຮູ້ວ່າ:

“ຍາມຕົ້ນປີໃໝ່, ພວກຂ້າພະເຈົ້າໄດ້ກະກຽມເຄື່ອງບູຊາ, ໝາກໄມ້ຖະຫວາຍຢູ່ວິຫານ, ວັດແຫ່ງຕ່າງໆ ຂໍໃຫ້ມີໂຊກມີລາບ ແລະ ກໍ່ແມ່ນການໄປນະວັດສະການຍາມຕົ້ນປີໃໝ່”.

“ຍາມຕົ້ນປີໃໝ່, ຂໍໃຫ້ມີສຸຂະພາບເຂັ້ມແຂງ, ຢູ່ເຢັນເປັນສຸກ. ອວຍພອນໃຫ້ປະເທດມີຄວາມສະຫງົບສຸກ, ທຸກໆຄົນປະຕິບັດສຳເລັດໜ້າທີ່ຂອງຕົນ”.

ແຕ່ວັນທີ 09 – 12 ກຸມພາ (ກົງກັບວັນທີ 30 ເດືອນ 12 ຮອດວັນທີ 03 ບຸນເຕັດປີມະໂລງ), ຢູ່ເຂດພູພຽງ ມົກເຈົາ, ແຂວງ ເຊີນລາ, ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 13.000 ເທື່ອຄົນມາພັກຜ່ອນຕາກອາກາດ, ຢ້ຽມຊົມ. ມາແຫ່ງນີ້, ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບອາກາດປອດໂປ່ງຂອງເຂດພູພຽງສີຂຽວ, ຮັບຊົມບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ແຫ່ງນີ້.

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top