• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ຊ່ວຍເຫຼືອພໍ່ແມ່ພີ່ນ້ອງເຂດພາກກາງ ແລະ ແຂວງ ສະຫວັນນະເຂດ ທີ່ຖືກຜົນກະທົບຈາກຝົນຕົກ, ນ້ຳຖ້ວມ

      ວັນທີ 25 ຕຸລາ, ຢູ່ ວຽງຈັນ, ລາວ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ປຸກລະດົມການບໍລິຈາກ ເພື່ອຊ່ວຍເຫຼືອພໍ່ແມ່ພີ່ນ້ອງເຂດພາກກາງທີ່ຖືກຜົນກະທົບຈາກຝົນຕົກ, ນ້ຳຖ້ວມ.

ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ວຽງຈັນ ປະກອບສ່ວນເລັກໆນ້ອຍໆເພື່ອແບ່ງເບົາຕໍ່ຄວາມເສຍຫາຍກັບປະຊາຊົນພາກກາງ (ພາບ:VOV)  
      ພະນັກງານ, ລັດຖະກອນສະຖານທູດ, ບັນດາອົງການອ້ອມຂ້າງສະຖານທູດ, ປະຊາຄົມວິສາຫະກິດ ຫວຽດນາມ ທີ່ລົງທຶນດຳເນີນທຸລະກິດຢູ່ ລາວ ພ້ອມດ້ວຍຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ນະຄອນຫຼວງວຽງຈັນ ລ້ວນແຕ່ເຂົ້າຮ່ວມການບໍລິຈາກ.
        ເຂົ້າຮ່ວມການບໍລິຈາກຄັ້ງນີ້, ປ້າ ຫງວຽນທິເນືອງ, ອາຍຸ 90 ປີ ເຊິ່ງພວມດຳລົງຊີວິດຢູ່ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ແບ່ງປັນວ່າ:
        “ໂດຍໄດ້ຮັບຂ່າວວ່າ ເກີດໄພນ້ຳຖ້ວມກັບພໍ່ແມ່ພີ່ນ້ອງເຂດພາກກາງ, ພວກຂ້າພະເຈົ້າຮູ້ສຶກເຈັບປວດໃຈຫຼາຍ. ແຕ່ວ່າຍ້ອນຢູ່ຫ່າງໄກຈາກບ້ານເກີດເມືອງນອນ ສະນັ້ນພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ລາວຄືພວກຂ້າພະເຈົ້າກໍ່ມີການປະກອບສ່ວນເລັກໆນ້ອຍໆເພື່ອແບ່ງເບົາຕໍ່ຄວາມເສຍຫາຍນັ້ນ ກັບພໍ່ແມ່ພີ່ນ້ອງຢູ່ພາຍໃນປະເທດ ແລະ ຫວັງວ່າ ໄພນ້ຳຖ້ວມຈະຜ່ານໄປໂດຍໄວເພື່ອໃຫ້ປະຊາຊົນໄດ້ມີຊີວິດການເປັນຢູ່ເປັນປົກກະຕິ”.
        ໃນການບໍລິຈາກຄັ້ງນີ້ ໄດ້ຮັບຈຳນວນເງິນປະມານ 750 ລ້ານດົ່ງ. ສະຖານທູດຫວຽດນາມ ປະຈຳ ລາວ ຈະສົ່ງຈຳນວນເງິນດັ່ງກ່າວກັບເມືອປະເທດເພື່ອຊ່ວຍເຫຼືອພໍ່ແມ່ພີ່ນ້ອງເຂດພາກກາງທີ່ຖືກຜົນກະທົບຈາກຝົນຕົກນ້ຳຖ້ວມ.

(ພິທີມອບຈຳນວນເງິນ 50 ລ້ານກີບໜູນຊ່ວຍປະຊາຊົນຢູ່ແຂວງ ສະຫວັນນະເຂດ)
      ຕອນບ່າຍວັນທີ 26 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ ໄດ້ໄປເຖິງສຳນັກງານກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ມອບຈຳນວນເງິນ 50 ລ້ານກີບ, ເປັນສ່ວນໜຶ່ງໃນຈຳນວນເງິນເຊິ່ງຊາວຫວຽດນາມ ອາໄສຢູ່ລາວ ໄດ້ແຜ່ບໍລິຈາກໃນຊຸມມື້ຜ່ານມາ ເພື່ອແນໃສ່ໜູນຊ່ວຍປະຊາຊົນຢູ່ແຂວງ ສະຫວັນນະເຂດ ຖືກຜົນສະທ້ອນຍ້ອນນ້ຳຖ້ວມ, ຊ່ວຍປະຊາຊົນແກ້ໄຂຄວາມຫຍຸ້ງຍາກ, ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ.
        ຕາມທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ແລ້ວ, ຈຳນວນເງິນ 100 ລ້ານກີບທີ່ຍັງເຫຼືອ ພ້ອມກັບເຄື່ອງຂອງທີ່ຈຳເປັນ ປະຊາຊົນຊາວ ຫວຽດນາມ ອາໄສຢູ່ລາວ ຈະມອບໂດຍກົງໃຫ້ປະຊາຊົນເຂດຖືກນຳຖ້ວມຢູ່ 8 ເມືອງຢູ່ແຂວງ ສະຫວັນນະເຂດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ຮ່າຢາງ ຮັບປະກັນຄວາມສົມດຸນ, ການສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ.

Top