• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດຕ້ອນຮັບບຸນປີໃໝ່ປີກຸນ 2019

ຕອນຄ່ຳວັນທີ 26 ມັງກອນ, ຢູ່ນະຄອນ Kazan, ເມືອງເອກຂອງປະເທດສ.Tatarstan, ສະຫະພັນລັດເຊຍ, ປະຊາຄົມຊາວຫວຽດນາມ ໄດ້ຈັດພີທີຕ້ອນຮັບບຸນປີໃໝ່ປີກຸນ.

(ປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດຕ້ອນຮັບບຸນປີໃໝ່ປີກຸນ 2019)

ບັນດາພວກນ້ອງນ້ອຍ, ຊາວໜຸ່ມເຍົາວະຊົນ ອະນຸຊົນ, ບັນດາແມ່ເຖົ້າ, ເອື້ອຍນ້ອງໄດ້ນຸ່ງຊຸດເຊື້ອຍາວປະຈຳຊາດ, ຈັດພາເຂົ້າມີອາຫານຂອງບຸນເຕັດຢ່າງຄົບຖ້ວນ.

        ແລະກໍ່ໃນວັນທີ 26 ມັງກອນ, ຢູ່ອີຢິບ, ສະຖານທູດຫວຽດນາມ ປະຈຳອີຢິບ ກໍ່ໄດ້ຈັດລາຍການຫໍ່ ແລະ ຕົ້ມເຂົ້າຕົ້ມ, ປະດັບປະດາດອກຄາຍ ເພື່ອຮັບໃຊ້ໃຫ້ລາຍການບຸນເຕັດ 2019. ລາຍການໄດ້ດຶງດູດການເຂົ້າຮ່ວມຂອງປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ນະຄອນຫຼວງ ກາຍໂຣ ເປັນຈຳນວນຫຼາຍ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທ່ງກົງ, ໃຫ້ຮູ້ວ່າ.

        “ໃນຊຸມມື້ນີ້, ຊາວຫວຽດນາມ ທຸກຄົນພວມຫ້າງຫາກະກຽມຕ້ອນຮັບບຸນເຕັດ. ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດການຫໍ່ເຂົ້າຕົ້ມພ້ອມກັບພໍ່ແມ່ຊາວຫວຽດນາມ ອາໄສຢູ່ອີຢິບ. ນີ້ແມ່ນຈຸດວັດທະນະທຳຂອງຊາວຫວຽດນາມ ຊ່ວຍໃຫ້ຊາວຫວຽດນາມ ອາໄສຢູ່ທີ່ນີ້ມີຄວາມເຂົ້າໃຈກ່ຽວກັບບຸນເຕັດ ແລະ ພວກເຮົາໄດ້ມີບັນດາຈຸດວັດທະນະທຳສະເພາະຂອງຕົນ.”

        ໃນຂະນະນັ້ນ, ບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດ, ຕ້ອນຮັບບຸນປີໃໝ່ປີກຸນ ກໍ່ໄດ້ຮັບການຈັດຕັ້ງຢູ່ ກົວລາລຳເປີ, ປະເທດມາເລເຊຍ ແລະ ນະຄອນ ຢາງກຸງ, ປະເທດມຽນມາ ແລະ ສິງກະໂປ ເຊັ່ນດຽວກັນ.

 (ແຫຼ່ງຄັດຈາກ VOV)

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງຕຳຫຼວດທະເລເຂດ 4 ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ການລາດຕະເວນ, ກວດກາ, ຄວບຄຸມ, ຕິດຕາມກຳປັ່ນຫາປາເຄື່ອນໄຫວຢູ່ທະເລຢ່າງແໜ້ນແຟ້ນ…

Top