• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດປີຊວດ 2020

ສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ, ອິນໂດເນເຊຍ, ອາກຊັງຕິນ, ສິງກະໂປ, ອັງກິດ… ໄດ້ຈັດການຕ້ອນຮັບບຸນເຕັດປີຊວດ 2020.


ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເກົາຫຼີ ຫງວຽນຫວູຕູ໊

(ພາບ: TTXVN)


ໃນລະຫວ່າງວັນທີ 11 – 12 ມັງກອນ, ສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ, ອິນໂດເນເຊຍ, ອາກຊັງຕິນ, ສິງກະໂປ, ອັງກິດ… ໄດ້ຈັດການຕ້ອນຮັບບຸນເຕັດປີຊວດ 2020 ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມ, ພ້ອມກັບບັນດາອົງການຕາງໜ້າ ແລະ ຄອບຄົວ, ຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນໃນທົ່ວທຸກແຫ່ງຂອງປະເທດປະຈຳຖິ່ນ.

          ຢູ່ເຊີອູນ, ປະເທດສ.ເກົາຫຼີ, ໃນບົດກ່າວປາໄສໄຂພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເກົາຫຼີ ຫງວຽນຫວູຕູ໊, ປາດຖະໜາວ່າ, ບັນດາໝູ່ຄະນະ, ອົງການຈັດຕັ້ງຂອງຊາວຫວຽດນາມ ຢູ່ສ.ເກົາຫຼີ ຈະມານະພະຍາຍາມກວ່າອີກເພື່ອພ້ອມກັບສະຖານທູດ ປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງການພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່.

          ຢູ່ຈາກາຕາ, ປະເທດອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ຟ້າມວິງກວາງ ຢືນຢັນວ່າ, ການພົວພັນລະຫວ່າງຫວຽດນາມ - ອິນໂດເນເຊຍ ຈະມີບາດກ້າວພັດທະນາຢ່າງແຮງກວ່າໃນປີ 2020 ເມື່ອທັງ 2 ປະເທດລ້ວນແຕ່ແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ, 2 ປະເທດຈະຈັດພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

          ຢູ່ອາກຊັງຕິນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈະອາກຊັງຕິນ ດັ້ງຊວນຢຸງ ປາດຖະໜາວ່າ, ພໍ່ແມ່ປະຊາຊົນຊາວຫວຽດນາມ ສືບຕໍ່ຮັກສາສີສັນຊາດ ແລະ ຄວາມສະໜິດຕິດພັນກັບບ້ານເກີດເມືອງນອນ, ປະເທດຊາດກວ່າອີກ ແລະ ສ້າງປະຊາຄົມຊາວຫວຽດນາມ ສາມັກຄີ, ເຂັ້ມແຂງຢູ່ອາກຊັງຕິນ, ປະກອບສ່ວນເປັນຂົວເຊື່ອມຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ,

          ແລະກໍ່ໃນໂອກາດນີ້, ຢູ່ປະເທດສ.ເຊັກໂກ, ຈີນ, ສິງກະໂປ, ອັງກິດ, ໂອຕາລິດ ແລະ ອິດສະຣາແອນ ກໍ່ໄດ້ຈັດບຸນປີໃໝ່ປະຊາຄົມ ຕ້ອນຮັບບຸນເຕັດປີຊວດ 2020 ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top