• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດສະເຫຼີມສະຫຼອງວັນບຸນວິສາຂະບູຊາ

      ວັນທີ 29 ພຶດສະພາ, ພະສົງສຳມະເນນ, ພຸດທະສາສະນິກະຊົນເປັນຈຳນວນຫຼາຍ ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ໄປວັດ ເຟີດຕິ໋ກ ເຂົ້າຮ່ວມວັນບຸນວິສາຂະບູຊາ ພສ 2562 (ປີ 2018) ແລະ ພາວະນາຂໍໃຫ້ປະເທດຊາດມີຄວາມສັນຕິສຸກ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຢູ່ເຢັນເປັນສຸກ, ມີສັນຕິພາບໃນໂລກ.

ພະສົງສຳມະເນນ, ພຸດທະສາສະນິກະຊົນເປັນຈຳນວນຫຼາຍ ຢູ່ນະຄອນຫຼວງວຽງຈັນ,
ໄດ້ໄປວັດ ເຟີດຕິ໋ກ ເຂົ້າຮ່ວມວັນບຸນວິສາຂະບູຊາ ພສ 2562
(ພາບ: TTXVN)
      ທີ່ພິທີ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິ໋ກ ໄດ້ຮຽກຮ້ອງໃຫ້ພໍ່ແມ່ພີນ້ອງພຸດທະສາສະນິກະຊົນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ຍາມໃດກໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຄົາລົບກົດໝາຍຂອງລາວ, ເຂົ້າຮ່ວມບັນດາການເຄື່ອນໄຫວໂດຍວັດ ເຟີດຕິ໋ກ ຈັດຕັ້ງເປັນປະຈຳ, ຖືວັດແມ່ນບ່ອນເພື່ອໃຫ້ພໍ່ແມ່ພີ່ນ້ອງປະຕິບັດບັນດາການເຄື່ອນໄຫວເຫຼືອມໄຊທາງຈິດວິນຍານ ແລະ ຮັກສາບັນດາຮີດຄອງປະເພນີທີ່ເປັນມູນເຊື້ອ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.
      ຢູ່ New Delhi, ປະເທດອິນເດຍ, ວັນທີ 29 ພຶດສະພາ, ຄະນະພະສົງສຳມະເນນ, ນັກຮຽນສົງ ຢູ່ອິນເດຍ ໄດ້ສົມທົບກັບຄະນະປະຕິບັດງານປະຊາຄົມສະຖານທູດຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາ ຢ່າງສົມກຽດ ຢູ່ວັດ Budhha Vihara.
      ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 27 ພຶດສະພາ, ສະມາຄົມພຸດທະສາສະນິກະຊົນຫວຽດນາມ ປະຈຳສ.ເຊັກໂກ ກໍ່ໄດ້ຈັດວັນບຸນວິສາຂະບູຊາ 2018 ດ້ວຍການເຂົ້າຮ່ວມຂອງ ພຸດທະສາສະນິກະຊົນ 500 ຄົນ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top