
ທ່ານ ດ່າວຫວຽດຈູງ ຫົວໜ້າຫ້ອງວ່າການປະທານປະເທດ ເປັນປະທານກອງປະຊຸມ (ພາບ: TTXVN)
ກ່ຽວກັບປະມວນກົດໝາຍວ່າດ້ວຍແຮງງານ 2019, ຜູ້ຕາງໜ້າອົງການຮຽບຮຽງ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ຢັ້ງຢືນວ່າ ເລື່ອງດັດປັບອາຍຸພັກກິນເບ້ຍບໍານານ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈທາງດ້ານການເມືອງ, ວິໄສທັດຍາວໄກ ແລະ ການກຽມພ້ອມຮັບມືກັບສະພາບການຜູ້ສູງອາຍຸກວມເອົາສ່ວນຫຼາຍ. ເພາະວ່າ ຕາມບັນດາອົງການຈັດຕັ້ງສາກົນ ໄດ້ຄາດຄະເນແລ້ວນັ້ນ, ປີ 2040 ຫວຽດນາມ ຈະຕົກເຂົ້າສູ່ສະພາບຜູ້ສູງອາຍຸກວມເອົາສ່ວນຫຼາຍຢ່າງເປັນທາງການ.
ໃນການຖະແຫຼງຂ່າວ, ຫ້ອງວ່າການປະທານປະເທດ ກໍໄດ້ປະກາດຄໍາສັ່ງຂອງປະທານປະເທດ ປະກາດກົດໝາຍປັບປຸງບາງມາດຕາຂອງກົດໝາຍວ່່າດ້ວຍການຈັດຕັ້ງລັດຖະບານ, ກົດໝາຍວ່າດ້ວຍການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍຫໍສະໝຸດ, ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງຂອງພົນລະເມືອງຫວຽດນາມ, ກົດໝາຍວ່າດ້ວຍທະຫານປ້ອງກັນຕົວ, ກົດໝາຍວ່າດ້ວຍກໍາລັງທະຫານສໍາຮອງ ແລະ ກົດໝາຍວ່າດ້ວຍຫຼັກຊັບ.
(ແຫຼ່ງຄັດຈາກ VOV)