• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດວັດຖຸສົມບັດແຫ່ງຊາດປຶ້ມຕົ້ນສະບັບ “ເສັ້ນທາງປະຕິວັດ”

      ເປັນຄັ້ງທຳອິດທີ່ປຶ້ມຕົ້ນສະບັບ “ເສັ້ນທາງປະຕິວັດ” ໂດຍຫໍພິພິດທະພັນປະຫວັດສາດແຫ່ງຊາດ ນຳມາແນະນຳຢ່າງກ້ວາງຂວາງທີ່ງານວາງສະແດງພິເສດ “ແສງສະຫວ່າງຈາກເສັ້ນທາງປະຕິວັດ” ຢູ່ຮ່າໂນ້ຍ ໃນວັນທີ 10 ຕຸລາ ທີ່ຈະມາເຖິງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນພິມຈຳໜ່າຍປຶ້ມ “ເສັ້ນທາງປະຕິວັດ” (1927 – 2017). 

ພາບປະກອບ
      “ເສັ້ນທາງປະຕິວັດ” ໄດ້ພິມຈຳໜ່າຍໃນປີ 1927 ຢູ່ ກວາງໂຈ. ບັນດາບົດພິມສະບັບທຳອິດໄດ້ສົ່ງກັບເມືອປະເທດໂດຍປິດລັບໃນປີ 1930. ປະຈຸບັນ, ປຶ້ມ “ເສັ້ນທາງປະຕິວັດ” ພວມໄດ້ຮັບການຮັກສາຢູ່ຫໍພິພິດທະພັນປະຫວັດສາດແຫ່ງຊາດ ຊຶ່ງແມ່ນໜຶ່ງໃນຈຳນວນໜ້ອຍຂອງປຶ້ມຕົ້ນສະບັບທີ່ໄດ້ພິມໃນປີ 1927 ແລະ ນາຍົກລັດຖະມົນຕີ ໄດ້ຮັບຮອງເອົາເປັນວັດຖຸສົມບັດແຫ່ງຊາດຄັ້ງທຳອິດໃນປີ 2012. ປຶ້ມ “ເສັ້ນທາງປະຕິວັດ” ແມ່ນປື້ມຮວບຮວມບັນດາບົດສອນຂອງການນຳ ຫງວຽນອ໋າຍກວກ ນຳໃຊ້ເພື່ອກໍ່ສ້າງຖັນແຖວພະນັກງານປະຕິວັດໃຫ້ແກ່ ຫວຽດນາມ ແຕ່ຊຸມປີ 1925 – 1927 ຢູ່ ກວາງໂຈ (ປະເທດ ຈີນ).
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ຕອ​ນ​ເຊົ້າ​ວັນ​ທີ 29 ພຶດ​ສະ​ພາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ລະ​ດັບ​ຊາດທີ່​ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄດ້​ພົບ​ປະ​ ກັບ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ.

Top