• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດຟິມຮູບເງົາ “ໂຮ່ຈີມິນ: ພັນລະນາຮູບພາບຂອງນັການເມືອງ”

      ຟິມຮູບເງົາ ໂຮ່ຈີມິນ:ພັນລະນາຮູບພາບຂອງນັກການເມືອງໄດ້ວາດພາບເຖິງຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ນັບແຕ່ເລື່ອງ ເພິ່ນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ Tours ເມື່ອປີ 1920 ຕະຫຼອດຮອດບັນດາການເຄື່ອນໄຫວຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ໃນນັ້ນມີຂ່າວຄາວ ແລະ ຮູບພາບຫຼາຍຢ່າງເປັນຄັ້ງທໍາອິດ ຈະໄດ້ປະກາດຢູ່ຫວຽດນາມ.
            ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແລະ 50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ, ກົມສໍາເນົາ ແລະ ເກັບມ້ຽນເອກະສານແຫ່ງລັດ ສັງກັດກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບ ສູນຟິມຮູບເງົາເອກະສານ ແລະ ສາລະຄະດີ - ສະຖານີໂທລະພາບແຫ່ງຊາດຫວຽດນາມ ແນະນໍາເຖິງມະຫາຊົນຫວຽດນາມ ຟິມຮູບເງົາ “ໂຮ່ຈີມິນ:ພັນລະນາຮູບພາບຂອງນັກການເມືອງ”. ຟິມຮູບເງົາດັ່ງກ່າວ ໄດ້ວາດພາບເຖິງຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ນັບແຕ່ເລື່ອງ ເພິ່ນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ Tours ເມື່ອປີ 1920 ຕະຫຼອດຮອດບັນດາການເຄື່ອນໄຫວຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ໃນນັ້ນມີຂ່າວຄາວ ແລະ ຮູບພາບຫຼາຍຢ່າງເປັນຄັ້ງທໍາອິດ ຈະໄດ້ປະກາດຢູ່ຫວຽດນາມ.
        ຟິມຮູບເງົາດັ່ງກ່າວ ແມ່ນນັກກໍາກັບ Gérard Guillaume ຊາວຝລັ່ງ ຜະລິດ ເມື່ອປີ 1973 ແລະ ເປັນລິຂະສິດຂອງ ອົງການ Ciné – Archives (ຫໍສະໝຸດຟິມຮູບເງົາ ຂອງພັກກອມມູນິດ ຝລັ່ງ).
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Mikhail Mishustin

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Mikhail Mishustin

ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລະຫວ່າງໄວໜຸ່ມສອງປະເທດເພື່ອແນໃສ່ເພີ່ມທະວີຄວາມຮູ້.

Top