• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຢ່າງ​ມີ​ໄຫວ​ພິບ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ

ຂົງເຂດທະນາແມ່ນໜຶ່ງ ໃນ 4 ໝວດບັນຫາ ທີ່ສະພາແຫ່ງຊາດຊຸດທີ XV ຈະຍາດເວລາຊັກຖາມ ຢູ່ກອງປະຊຸມຄັ້ງທີ 3. ການຕອບຄຳຊັກຖາມກ່ຽວກັບເນື້ອໃນນີ້ຈະດຳເນີນໃນຕອນບ່າຍວັນທີ 8 ມິຖຸນາ ໂດຍທ່ານນາງ ຫງວຽນທິຮົ່ງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມສະເໜີ.
  ທ່ານນາງ ຫງວຽນທິຮົ່ງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ (ພາບ: quochoi.vn)  

 ນະໂຍບາຍໜູນຊ່ວຍດອກເບ້ຍວິສາຫະກິດ ຂະໜາດນ້ອຍແລະກາງ ແມ່ນເນື້ອໃນທຳອິດ ໂດຍທ່ານນາງຜູ້ວ່າການ ຫງວຽນທິຮົ່ງເຕື້ອງເຖິງ. ຕາມທ່ານນາງແລ້ວ, ການບໍລິຫານດອກເບ້ຍ, ຫຼຸດຜ່ອນດອກເບ້ຍເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ປະຊາຊົນແມ່ນໜ້າທີ່ຈຸດສຸມ. 5 ເດືອນຕົ້ນປີ 2022, ການບໍລິການນະໂຍບາຍດອກເບ້ຍຂອງທະນາຄານແຫ່ງລັດ ຖືກຮັບກຳລັງດັນໃຫຍ່ພໍສົມຄວນຈາກພາຍນອກເມື່ອໄພເງິນເຟີ້ເພີ່ມຂຶ້ນ, ບັນດາທະນາຄານສູນກາງຂອງຫຼາຍປະເທດໃນໂລກ ລ້ວນແຕ່ເພີ່ມດອກເບ້ຍຂຶ້ນ. ພາຍໃນປະເທດ, ດອກເບ້ຍອີງໃສ່ການສະໜອງ - ຄວາມຕ້ອງການທຶນຮອນ. ຜູ້ວ່າການຊີ້ແຈ້ງວ່າ, ເຖິງວ່າກຳລັງດັນໃຫຍ່ແຕ່ ທະນາຄານແຫ່ງລັດ ລ້ວນແຕ່ດັດສົມ, ຮັກສາສະຖຽນລະພາບດອກເບ້ຍໂດຍພື້ນຖານ. ດອກເບ້ຍພຽງແຕ່ເພີ່ມຂຶ້ນ 0,09% ເມື່ອທຽບໃສ່ກັບຕົ້ນປີ 2021. ທ່ານນາງ ໃຫ້ຮູ້ວ່າ:

ໃນ 5 ເດືອນຕົ້ນປີ, ໂດຍພື້ນຖານຕະຫຼາດເງິນຕາໄດ້ຮັກສາເປັນປົກກະຕິ. ຄ່າດອກເບ້ຍເພີ່ມຂຶ້ນພຽງແຕ່ 0,09%, ແຕ່ທະນາຄານຍັງພວມມານະພະຍາຍາມບໍລິຫານ, ຫຼີກລ້ຽງການໜັງຕິງໃຫຍ່ກ່ຽວກັບຄ່າດອກເບ້ຍ ເຊິ່ງເຮັດໃຫ້ວິສາຫະກິດ ແລະ ປະຊາຊົນປະສົບກັບຄວາມຫຍຸ້ງຍາກ. ກ່ຽວກັບດ້ານອັດຕາແລກປ່ຽນເງິນຕາ, ສະກຸນເງິນຫວຽດນາມ ກໍ່ພວມຢູ່ໃນລະດັບເໝາະສົມພໍສົມຄວນ, ບໍ່ມີການໜັງຕຶງຫຼາຍ. ເຖິງຢ່າງໃດກໍ່ຕາມ 6 ເດືອນທ້າຍປີ, ທະນາຄານແຫ່ງລັດໄດ້ຕິດຕາມກວດກາການຜັນແປ, ເປັນເຈົ້າການໃນການສົມທົບກັບກະຊວງການເງິນ ໃນການບໍລິຫານປີການເງິນ ເພື່ອຮັກສາ ເສດຖະກິດມະຫາພາກເປັນປົກກະຕິ. ຫວ່າງມໍ່ໆມານີ້, ອົງການຈັດອັນດັບຄວາມໄວ້ວາງໃຈ S&P Global Ratings ໄດ້ຍົກລະດັບຄວາມໄວ້ວາງໃຈໄລຍະຍາວ ຂອງ ຫວຽດນາມ ຂຶ້ນລະດັບ BB+, ແງ່ຫວັງ “ສະຖຽນລະພາບ” ສະແດງໃຫ້ເຫັນຄວາມມານະພະຍາຍໃຫຍ່ຫຼວງທີ່ສຸດຂອງ ລັດຖະບານໃນການບໍລິຫານເສດຖະກິດມະຫາພາກ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top