• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດ​ລາຍ​ງານ​ສິ​ດ​ທິ​ມະ​ນຸດ​ຂອງ EU ໃຫ້​ຂໍ້​ສັງ​ເກດ​ທີ່ຂາດ​ພາ​ວະ​ວິ​ໄສ​ກ່ຽວ​ກັບ ຫວຽດ​ນາມ

ເຖິງວ່າບົດລາຍງານດັ່ງກ່າວ ໄດ້ຍົກອອກບາງຜົນງານ ແລະ ບາດກ້າວເດີນຂອງ ຫວຽດນາມ ໃນການປົກປ້ອງສິດທິມະນຸດກໍຕາມ ແຕ່ໜ້າເສຍດາຍທີ່ຍັງສືບຕໍ່ໃຫ້ຂໍ້ສັງເກດທີ່ຂາດພາວະວິໄສອີງໃສ່ບັນດາຂໍ້ມູນທີ່ບໍ່ມີມູນຄວາມຈິງ ແລະ ສ່ອງແສງບໍ່ຖືກຕ້ອງສະພາບການຕົວຈິງຢູ່ ຫວຽດນາມ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽນດນາມ (ພາບ: ກະຊວງການຕ່າງປະເທດ)

ຕອນບ່າຍວັນທີ 06 ມິຖຸນາ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບົດລາຍງານປະຈຳປີກ່ຽວກັບສິດທິມະນຸດ ແລະ ປະຊາທິປະໄຕໃນໂລກ ປີ 2023 ຂອງ ສະຫະພາບເອີຣົບ (EU) ມີເນື້ອໃນສ່ອງແສງສະພາບການສິດທິມະນຸດຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽນດນາມ ຊີ້ແຈ້ງວ່າ: ເຖິງວ່າບົດລາຍງານດັ່ງກ່າວ ໄດ້ຍົກອອກບາງຜົນງານ ແລະ ບາດກ້າວເດີນຂອງ ຫວຽດນາມ ໃນການປົກປ້ອງສິດທິມະນຸດກໍຕາມ ແຕ່ໜ້າເສຍດາຍທີ່ຍັງສືບຕໍ່ໃຫ້ຂໍ້ສັງເກດທີ່ຂາດພາວະວິໄສອີງໃສ່ບັນດາຂໍ້ມູນທີ່ບໍ່ມີມູນຄວາມຈິງ ແລະ ສ່ອງແສງບໍ່ຖືກຕ້ອງສະພາບການຕົວຈິງຢູ່ ຫວຽດນາມ.

ດັ່ງທີ່ໄດ້ກ່າວຢັ້ງຢືນມາເປັນຫຼາຍຄັ້ງແລ້ວວ່າ, ການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ. ຫວຽດນາມ ຍາມໃດກໍຖືມະນຸດເປັນໃຈກາງ, ແມ່ນກຳລັງໜູນຂອງວິວັດທະນາການປ່ຽນແປງໃໝ່ ແລະ ຂອງພາລະກິດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ຫວຽດນາມ ຍາມໃດກໍມານະພະຍາຍາມເພື່ອເປົ້າໝາຍຍົກສູງຊີວິດການເປັນຢູ່ ແລະ ສິດຊົມໃຊ້ຂອງປະຊາຊົນ. ບັນດາສິດເສລີພື້ນຖານຂອງມະນຸດໄດ້ຮັບການຢັ້ງຢືນໃນກົດບັດ ສປຊ ແລະ ກົດໝາຍນັ້ນ ແມ່ນໄດ້ຮັບປະກັນເຄົາລົບປະຕິບັດໃນຕົວຈິງ. ບັນດາຄວາມມານະພະຍາຍາມ ແລະ ຜົນງານຮັບປະກັນສິດທິມະນຸດຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ ແລະ ຕີລາຄາສູງຈາກປະຊາຄົມສາກົນ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top