• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດຮຽນຈາກມະຫາໄຊລະດູບານໃຫມ່ປີ 1975 ຍັງມີຄຸນຄ່າເໝືອນເດີມໃນສັງກາດພັດທະນາໃຫມ່

ກອງປະຊຸມສຳມະນາໄດ້ຢັ້ງຢືນ ມະຫາໄຊລະດູບານໃຫມ່ ປີ 1975 ແມ່ນໝາກຜົນອັນຍິ່ງໃຫຍ່ຂອງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ
ທ່ານ ພົນເອກ ຟານວັນຢາງ ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດກ່າວຄຳເຫັນໄຂກອງປະຊຸມສຳມະນາ. (ພາບ:TTXVN)

ສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາປີ 1975 – 30 ເມສາປີ 2025), ຕອນເຊົ້າວັນທີ 20 ເມສາ ຢູ່ ນະຄອນ ໂຮ່ຈິມິນ ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ມະຫາໄຊລະດູບານໃຫມ່ປີ 1975 ດ້ວຍສັງກາດພັດທະນາໃຫມ່ຂອງຊາດ ຫວຽດນາມ”

ກອງປະຊຸມສຳມະນາໄດ້ຢັ້ງຢືນ ມະຫາໄຊລະດູບານໃຫມ່ ປີ 1975 ແມ່ນໝາກຜົນອັນຍິ່ງໃຫຍ່ຂອງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຂອງເຈດຈະນົງທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຄວາມຄາດຫວັງສັນຕິພາບ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາດ, ທ່ານ ພົນເອກ ຟານວັນຢາງ ກຳມະການກົມການເມືອງ, ຮອງເລຂາພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນຊາດ ຢັ້ງຢືນວ່າ:

“ນັ້ນແມ່ນໝາກຜົນທີ່ເໝາະສົມກັບໄລຍະທາງແຫ່ງການຕໍ່ສູ້ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກກາກກ່ຳ, ສິ່ງທົດສອບດ້ວຍບັນດາການເສຍສະຫລະ, ຄວາມສູນເສຍອັນໃຫຍ່ຫລວງຂອງກອງທັບແລະ ປະຊາຊົນ ຫວຽດນາມ. ມະຫາໄຊລະດູບານໃຫມ່ ປີ 1975 ເປັນການພິສູດໃຫ້ເຫັນແນວທາງການປະຕິວັດເປັນເຈົ້າການ, ມີຫົວຄິດປະດິດສ້າງ, ວິທີການຊີ້ນຳນຳພາອັນຖືກຕ້ອງຂອງພັກ, ແມ່ນໄຊຊະນະຂອງກຳລັງແຮງສົງຄາມປະຊາຊົນ, ສະແດງຢ່າງມີຊີວິດຊີວາຂອງລັດທີຮັກຊາດສົມທົບຢ່າງແຫນ້້ນແຟ້ນກັບເຈດຈຳນົງທ້ອນໂຮມປະເທດຊາດເປັນເອກະພາບ, ຂອງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສົມທົບກັບກຳລັງແຮງຂອງຍຸກສະໄຫມ”

ມີບົດປະກອບຄຳເຫັນກວ່າ 120 ບົດໄດ້ສົ່ງເຖິງກອງປະຊຸມສຳມະນາດ ແລະ 14 ບົດແມ່ນຂອງບັນດາການນຳພັກ, ລັດ, ກະຊວງ ຂະແຫນງການທີ່ໄດ້ນຳສະເຫນີທີ່ກອງປະຊຸມສຳມະນາສືບຕໍ່ຢັ້ງຢືນຂອບຂະຫນາດໃຫຍ່ຂອງໄຊຊະນະວັນທີ 30 ເມສາປີ 1975 ໃນພາລະກິດປະຕິບັດ ຫວຽດນາມ ພ້ອມທັງຢັ້ງຢືນການສືບທອດມູນເຊື້ອ, ເຈດຈະນົງ, ຄວາມຕັດສິນໃຈການປະຕິວັດໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃນຕະຫລອດ 50 ປີຜ່ານມາ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top