ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການເຊີດຊູ, ເຄົາລົບ ແລະ ປະຕິບັດສົນທິສັນຍາ; ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການບໍລິຫານ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ.
ກ່ຽວກັບທະເລຕາເວັນອອກ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກປະຕິບັດນະໂຍບາຍທະເລຢ່າງມີຄວາມຮັບຜິດຊອບ ແລະ ຖືກຕ້ອງຕາມກົດໝາຍ, ພ້ອມກັນຮັບປະກັນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ; ຢັ້ງຢືນ ຫວຽດນາມ ຍາມໃດກໍມານະພະຍາຍາມພ້ອມກັບບັນດາປະເທດໃນພາກພື້ນ ຊຸກຍູ້ການເຄົາລົບສົນທິສັນຍາ ແລະ ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມານະພະຍາຍາມເຈລະຈາເພື່ອບັນລຸໄດ້ COC ຢ່າງແທ້ຈິງ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.