• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນ​ປີໃໝ່ ລາວ ພ​.ສ 2566 ຈັດ​ຂຶ້ນ​ຢູ່​ ດ່າ​ນັ້ງ

ທ່ານ ໂຮ່ກີມູງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ທາງນະຄອນຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການພົວພັນຮ່ວມມື, ມິດຕະພາບ ກັບບັນດາທ້ອງຖິ່ນຂອງລາວ, ຊ່ວຍໃຫ້ບັນດາທ້ອງຖິ່ນຂອງລາວພັດທະນາໃນຫຼາຍຂົງເຂດ.
  ລາຍການສະແດງສິລະປະທີ່ວັນບຸນ  

ຕອນຄ່ຳວັນທີ 7 ເມສາ, ກ່າວຄຳເຫັນທີ່ງານຕ້ອນຮັບບຸນປີໃໝ່ ລາວ (ພ.ສ 2566) ຢູ່ດ່ານັ້ງ, ທ່ານ ໂຮ່ກີມິງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ທາງນະຄອນຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການພົວພັນຮ່ວມມື, ມິດຕະພາບ ກັບບັນດາທ້ອງຖິ່ນຂອງລາວ, ຊ່ວຍໃຫ້ບັນດາທ້ອງຖິ່ນຂອງລາວພັດທະນາໃນຫຼາຍຂົງເຂດ. ມາຮອດປັດຈຸບັນ, ນະຄອນດ່ານັ້ງໄດ້ລົງນາມຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳ 35 ສະບັບກັບ 7 ທ້ອງຖິ່ນຂອງ ລາວ. ທ່ານໃຫ້ຮູ້ວ່າ:

ອາດເຫັນໄດ້ວ່າ, ການພົວພັນມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວເວົ້າລວມ ແລະ ນະຄອນດ່ານັ້ງ ກັບບັນດາທ້ອງຖິ່ນຂອງລາວເວົ້າສະເພາະ ມີການພັດທະນາ ແລະ ສະໜິດຕິດພັນຢ່າງບໍ່ຢຸດຢັ້ງ, ຍາມໃດສອງຝ່າຍກໍ່ຮ່ວມມືກັນ ສາມັກຄີ ສ້າງສາປະເທດຊາດ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກ່ວາອີກ. ດ່ານັ້ງກໍ່ເຫັນດີເປັນເອກະພາບກັບບັນດາແຂວງພາກໃຕ້, ພາກກາງລາວວ່າ ໃນໄລຍະ 2023 - 2027 ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແບ່ງປັນບົດຮຽນປະສົບການ ແລະ ຮ່ວມມືກັນໃນຂົງເຂດດຶງດູດເງິນລົງທຶນ, ການຄ້າ, ການທ່ອງທ່ຽວ, logistics; ແນະນຳ ແລະ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດສອງຝ່າຍຊອກຫາກາລະໂອກາດລົງທຶນຢູ່ນະຄອນດ່ານັ້ງ ກໍ່ຄືບັນດາແຂວງພາກໃຕ້, ພາກກາງລາວ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top