• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັ໊ກນິງ ກະກຽມພື້ນທີ່ເພື່ອຕ້ອນຮັບບັນດານັກລົງທຶນ

      ທາງແຂວງໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຄື່ອນໄຫວສົ່ງເສີມການລົງທຶນ ຮັບໃຊ້ເປົ້າໝາຍພັດທະນາເສດຖະກິດຂອງແຂວງ ແລະ ບັນລຸຜົນງານສຳຄັນຫຼາຍຢ່າງ.
ເຂດອຸດສາຫະກຳຢູ່ແຂວງ ບັ໊ກນິງ
(ພາບ: VTCNews)
      ປີ 2020, ເຖິງວ່າເສດຖະກິດຂອງແຂວງ ບັ໊ກນິງ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ທາງແຂວງໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຄື່ອນໄຫວສົ່ງເສີມການລົງທຶນ ຮັບໃຊ້ເປົ້າໝາຍພັດທະນາເສດຖະກິດຂອງແຂວງ ແລະ ບັນລຸຜົນງານສຳຄັນຫຼາຍຢ່າງ. ການດຶງດູດເງິນລົງທຶນຈາກຕ່າງປະເທດບັນລຸເກືອບ 1 ຕື້ USD. ເພື່ອສືບຕໍ່ຍູ້ແຮງການດຶງດູດເງິນລົງທຶນໃນປີ 2021 ແລະ ໃນຊຸມປີຈະມາເຖິງ, ທ່ານ ຫງວຽນດິ່ງຊວັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ບັ໊ກນິງ, ໃຫ້ຮູ້ວ່າ.
        “ພວກຂ້າພະເຈົ້າໄດ້ຄັດເລືອກບັນດາວິສາຫະກິດທີ່ເໝາະສົມກັບແຂວງ ບັ໊ກນິງ ເພື່ອດຶງດູດການລົງທຶນ. ເພື່ອຕ້ອນຮັບກະແສການລົງທຶນຫັນຈາກບັນດາປະເທດອື່ນເຂົ້າມາຫວຽດນາມ, ພວກຂ້າພະເຈົ້າກໍ່ໄດ້ກະກຽມຫຼາຍແຜນການ. ປະຈຸບັນ, ພວກຂ້າພະເຈົ້າໄດ້ກະກຽມພື້ນທີ່ສຳລັບການລົງທຶນແລ້ວ”.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top