• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ລາຍ​ການ​ສິ​ລະ​ປະ​ພິ​ເສດ, ຄອນ​ເສີດ ສະ​ແດງ​ພູມ​ປັນ​ຍາ, ຄວາມສະ​ຫງ່າ​ງາມ ແລະ ຄວາມ​ເອກ​ອ້າງ​ທະ​ນົ​ງ​ໃຈ​ຂອງ ຫວຽດ​ນາມ

ຕອນຄ່ຳວັນທີ 20 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການຄອນເສີດ "V Fest - Vietnam Today" ເຊິ່ງດຳເນີນຢູ່ສູນຕະຫຼາດນັດວາງສະແດງແຫ່ງຊາດ (ດົງແອັງ, ຮ່າໂນ້ຍ).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມ “V Fest – Vietnam Today” (ພາບ: VTV)

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ພັກເຮົາ ຍາມໃດກໍຖືເປັນສຳຄັນວັດທະນະທຳຂອງຊາດ, ລັດ, ລັດຖະບານ ພວມຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳ, ການພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ; ມຸ່ງໄປເຖິງບັນດາເປົ້າໝາຍ: ປະຊາຊົນໄດ້ຊົມໃຊ້ພື້ນຖານວັດທະນະທຳອະລິຍະທຳ ແລະ ທັນສະໄໝ, ປະກອບສ່ວນຫັນພື້ນຖານວັດທະນະທຳທີ່ເຂັ້ມຂຸ້ມສີສັນຊາດອອກສູ່ໂລກ ແລະ ຮັບເອົາຈຸດວັດທະນະທຳທີ່ຍອດຍິ່ງຂອງມວນມະນຸດ; ບັນດານັກສິລະປະກອນ ໄດ້ປະກອບສ່ວນຢ່າງສຸດຈິດສຸດໃຈເພື່ອສິລະປະ, ເພື່ອການຊົມໃຊ້ຂອງປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະເທດຊາດ.

“V Fest – Vietnam Today” ແມ່ນເຫດການດົນຕີໃຫຍ່, ເພື່ອແນໃສ່ເຊີດຊູຄວາມງາມຂອງປະຊາຊົນ, ວັດທະນະທຳ ແລະ ປະເທດ ຫວຽດນາມ ໃນສັງກາດໃໝ່. ຍ້ອນໄດ້ຮັບການລົງທຶນຢ່າງລອບຄອບຖີ່ຖ້ວນ, “V Fest – Vietnam Today” ໄດ້ນຳມາເຊິ່ງລາຍການທີ່ເຕັມໄປດ້ວຍອາລົມຈິດ, ດຶງດູດຜູ້ເຂົ້າຊົມປະມານ 22.000 ຄົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top