• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ປະ​ເທດ​ສະ​ມາ​ຊິກ WHO ຍົກ​ໃຫ້​ເຫັນ​ບົດ​ບາດ​ຂອງ​ຄວາມ​ສາ​ມັກ​ຄີໃນ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid – 19

ໂລກພວມຮັບຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຍ້ອນວ່າ ຫຼາຍປະເທດພວມບໍ່ສົນໃຈຄຳກ່າວເຕືອນຂອງອົງການອະນາໄມໂລກ (WHO) ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.


ພະນັກງານພົ່ນຢາຂ້າເຊື້ອເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ Covid – 19 ຢູ່ລັດເຊຍ

(ພາບ: THX/ TTXVN)


ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍຄັ້ງທຳອິດ ຂອງ ສະພາການແພດໂລກ ຂອງ WHO ດ້ວຍຈຸດສຸມແມ່ນໂລກລະບາດ Covid – 19 ທີ່ໄດ້ດຳເນີນໃນວັນທີ 18 ພຶດສະພາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຍົກໃຫ້ເຫັນບົດບາດຂອງ WHO ເມື່ອເນັ້ນໜັກວ່າ ອົງການນີ້ “ບໍ່ສາມາດປ່ຽນແທນໄດ້” ແລະ ຖືວ່າ WHO ຄວນເພີ່ມເຕີມບັນດາແຫຼ່ງກຳລັງອັນໃຫຍ່ຫຼວງກ່ວາອີກເພື່ອໜູນຊ່ວຍໃຫ້ແກ່ບັນດາປະເທດພວມພັດທະນາ.

ແລະກໍ່ໃນວັນດຽວກັນ, ທ່ານ Tedros Adhanom ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໄດ້ຢັ້ງຢືນວ່າ ຈະຊຸກຍູ້ບັ້ນຕີລາຄາພິເສດສຳລັບວິວັດການຮັບມືກັບໂລກລະບາດ Covid – 19 ຂອງອົງການນີ້ “ໃນຈຸດເວລາທີ່ເໝາະສົມທີ່ສຸດ”. ພ້ອມທັງທ່ານກໍ່ຮຽກຮ້ອງໃຫ້ບັນດາຝ່າຍຕີລາຄາຢ່າງໂປ່ງໃສ ແລະ ມີຄວາມຮັບຜິດຊອບ ແລະ ຖືວ່າ ວິວັດການຕີລາຄາຕ້ອງມີຄວາມຮັບຜິດຊອບຂອງບັນດາຝ່າຍທີ່ເຂົ້າຮ່ວມຢ່າງມີເຈດຕະນາດີ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top