• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ບັດ​ເລືອກ​ຕັ້ງ​ທຳ​ອິດ​ຂອງ ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸ​ດ​ທີ XV

ວັນທີ 22 ພຶດສະພາ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ກໍເລີ່ມດຳເນີນຢູ່ທ້ອງຖິ່ນ, ຫົວໜ່ວຍຕ່າງໆ ທີ່ດຳເນີນການເລືອກຕັ້ງກ່ອນເວລາກຳນົດ.

ໂດຍແມ່ນເກາະທີ່ຫ່າງໄກທີ່ສຸດໃນອ່າວພາກເໜືອ, ພ້ອມທັງແມ່ນໜຶ່ງໃນບັນດາເຂດຫາປາໃຫຍ່ທີ່ສຸດຂອງປະເທດ, ຕອນເຊົ້າວັນທີ 22 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ເມືອງເກາະ ແບກລອງຫວີ (ນະຄອນຫາຍຟ່ອງ) ໄດ້ໄປບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ກ່ອນເວລາກຳນົດໜຶ່ງມື້. ບັນດາຜູ້ມີສິດເລືອກຕັ້ງຢູ່ທີ່ນີ້ ໄດ້ບັນດາບັດເລືອກຕັ້ງທຳອິດເພື່ອຄັດເລືອກເອົາຜູ້ທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງພຽງພໍເຂົ້າໃນສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ. ປ້າຫວູທິເມັ໊ນ, ຜູ້ມີສິດເລືອກຕັ້ງເຂດຊຸມຊົນທີ 3, ເມືອງເກາະແບກລອງຫວີ ແບ່ງປັນວ່າ:

        “ຂ້າພະເຈົ້າເຫັນວ່າວຽກງານກະກຽມການເລືອກຕັ້ງຢູ່ທີ່ນີ້ໄດ້ດຳເນີນຢ່າງໄວວາ, ທຸງຊາດ, ດອກໄມ້ປິ່ວສະບັດໄປເຕັມທ້ອງຟ້າ. ການເລືອກຕັ້ງໄດ້ດຳເນີນຢ່າງສະຫງ່າຜ່າເຜີຍ, ປະຊາຊົນໄດ້ຮັບການແນະນຳຢ່າງລະອຽດຖີ່ຖ້ວນ, ສຸດຈິດສຸດໃຈ ແລະ ສຳຄັນທີ່ສຸດແມ່ນສະຕິປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງປະຊາຊົນດີຫຼາຍ. ຂ້າພະເຈົ້າ ແລະ ຄອບຄົວໄດ້ຄົ້ນຄວ້າກ່ຽວກັບຊີວະປະຫວັດ ກໍຄືໂຄງການເຄື່ອນໄຫວຂອງບັນດາຜູ້ສະໝັກຮັບເລືອກຕັ້ງ ແລະ ເລືອກເອົາຜູ້ສະໝັກທີ່ດີເດັ່ນນັບທັງທາງດ້ານຄຸນສົມບັດ, ຄວາມເກັ່ງກ້າສາມາດ, ສົມເປັນຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ສິດເປັນເຈົ້າຂອງປະຊາຊົນ ເພື່ອເລືອກເຂົ້າສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນ ອາຍຸການ 2021  2026.

ເຂດເລືອກຕັ້ງຢູ່ເມືອງເກາະ ແບກລອງຫວີ (ພາບ: baotainguyenmoitruong.vn)

ຢູ່ເຂດໄຕງວຽນ, ວັນທີ 22 ພຶດສະພາ, ຜູ້ມີສິດເລືອກຕັ້ງປະມານ 12.000 ຄົນ ຢູ່ 63 ເຂດເລືອກຕັ້ງ ໃນບັນດາແຂວງ ດັກລັກ, ກອນຕຸມ, ດັກນົງ ກໍໄດ້ປະຕິບັດສິດ ແລະ ພັດທະຂອງຕົນຜ່ານການປ່ອນບັດ.

        ກ່ອນໜ້ານັ້ນ, ວັນທີ 21 ພຶດສະພາ, ຜູ້ມີສິດເລືອກຕັ້ງກວ່າ 20.000 ຄົນ ຢູ່ຕາແສງ ໂຖເຈົາ, ແຂວງ ກຽນຢາງ ກໍປະຕິບັດສຳເລັດພັນທະພົນລະເມືອງຂອງຕົນ ເມື່ອສະແດງນ້ຳໃຈ, ຄວາມຮັບຜິດຊອບຜ່ານການປ່ອນບັດເລືອກຕັ້ງເຊັ່ນດຽວກັນ, ຜ່ານນັ້ນ ຝາກຝັງຄວາມມຸ່ງມາດປາດຖະໜາຂອງຕົນຕໍ່ກັບຜູ້ທີ່ເຂົ້າຮ່ວມການອອກສະໝັກຮັບເລືອກຕັ້ງ.

        ຢູ່ໜ່ວຍເລືອກຕັ້ງເລກທີ 5 ທີ່ກອງພັນໃຫຍ່ 152, ບໍ່ພຽງແຕ່ຢູ່ບັນດາກຳລັງຕັ້ງທັບຢູ່ເກາະດັ່ງກ່າວ, ຫາກຍັງມີບັນດາພະນັກງານ, ນັກຮົບໃນກ່ຳປັ່ນລຳຕ່າງໆຂອງກອງບັນຊາການ ຕຳຫຼວດທະເລ ເຂດ 4 ພວມປະຕິບັດໜ້າທີ່ຢູ່ເຂດທະເລ ທາງທິດຕາເວັນຕົກພາກໃຕ້; ກ່ຳປັ່ນລາດຕະເວນ, ກ່ຳປັ່ນກວດກາ, ໂຄສະນາເຜີຍແຜ່ກົດໝາຍຢູ່ທະເລໃຫ້ແກ່ຊາວປະມົງ ກໍໄດ້ເຂົ້າຮ່ວມການເລືອກຕັ້ງຢູ່ທີ່ນີ້.  ທ່ານພັນເອກ ເຢືອງຊວັນຢຸງ, ຮອງຫົວໜ້າຄະນະການເມືອງ ຕຳຫຼວດທະເລເຂດ 4 ໃຫ້ຮູ້ວ່າ:

 

        “ເພື່ອຮັບປະກັນໃຫ້ແກ່ພະນັກງານ, ນັກຮົບ 100% ໄດ້ເຂົ້າຮ່ວມການເລືອກຕັ້ງກ່ອນເວລາກຳນົດ ເພື່ອປະຕິບັດໜ້າທີ່ຢູ່ທະເລ, ກອງບັນຊາການ ຕຳຫຼວດທະເລ ເຂດ 4 ໄດ້ປະຕິບັດວຽກງານກະກຽມເປັນຢ່າງດີ. ນັບແຕ່ເຊົ້າ, ດ້ວຍນ້ຳໃຈຄວາມຮັບຜິດຊອບສູງ, ພະນັກງານ, ນັກຮົບໄດ້ເປັນເຈົ້າການປະຕິບັດການເລືອກຕັ້ງຖືກຕາມເວລາ, ຮັບປະກັນເຂົ້າຮ່ວມ 100%”.

ນັກສຶກສາມະຫາວິທະຍາໄລພາສາຕ່າງປະເທດ ຮ່າໂນ້ຍ ເບິ່ງຊີວະປະຫວັດຂອງຜູ້ສະໝັກຮັບເລືອກຕັ້ງ (ພາບ: TTXVN)

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ.

Top