• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ນັກ​ຮົບ ຫວຽດ​ນາມ ເຂົ້າ​ຮ່ວມ​ການຊ້ອມຜ່ານເນື້ອໃນການສວນສະ​ໜາມ​ຢູ່ ສະ​ໜາມຫຼວງ​ແດງ

ຢູ່ການຊ້ອມຜ່ານ, ບັນດານັກຮົບຂອງຄະນະກອງທັບ ຫວຽດນາມ ໄດ້ມີໜ້າພ້ອມກັບຄະນະກອງທັບຂອງ 19 ປະເທດ ໂດຍຝ່າຍລັດເຊຍເຊື້ອເຊີນເຂົ້າຮ່ວມ ພິທີສວນສະໜາມໃນວັນທີ 9 ພຶດສະພາຈະມາເຖິງ.
ນັກຮົບ ຫວຽດນາມ (ພາບ: VOV)

ຕອນຄ່ຳວັນທີ 3 ພຶດສະພາ, ຢູ່ສະໜາມຫຼວງ ແດງ, ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ຄະນະກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການສ້ອມເດີນສວນສະໜາມກະກຽມໃຫ້ແກ່ພິທີສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງວັນຍາດໄດ້ໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9/5/1945 – 9/5/2025).

ຢູ່ການຊ້ອມຜ່ານ, ບັນດານັກຮົບຂອງຄະນະກອງທັບ ຫວຽດນາມ ໄດ້ມີໜ້າພ້ອມກັບຄະນະກອງທັບຂອງ 19 ປະເທດ ໂດຍຝ່າຍລັດເຊຍເຊື້ອເຊີນເຂົ້າຮ່ວມ ພິທີສວນສະໜາມໃນວັນທີ 9 ພຶດສະພາຈະມາເຖິງ. ຕາມລຳດັບ, ຄະນະຫວຽດນາມ ຈະສວນສະໜາມຢູ່ອັນດັບທິ 8 ໃນກຸ່ມກຳລັງສາກົນ. ຖັດຈາກນັ້ນແມ່ນຄະນະຈີນ, ລາວ ແລະ ມຽນມາ. ຢູ່ການຊ້ອມ, ການສະແດງ ເຄື່ອງບໍລິພັນ, ອາວຸດຂອງ ລັດເຊຍ ໄດ້ດຶງດູດຄວາມສົນໃຈ, ສ້າງຄວາມປະທັບໃຈຢ່າງແຮງຂອງຄະນະບັນດາປະເທດເຂົ້າຮ່ວມ ແລະ ບັນດາຜູູ້ຄົນເຂົ້າຮ່ວມການຊ້ອມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top