• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ທ້ອງ​ຖິ່ນ​ທາງ​ພາກ​ເໜືອ ຫວຽດ​ນາມ ຮີບ​ເຮັ່ງ​ຮັບ​ມື​ກັບ​ຝົນ​ຕົກ, ນ້ຳ​ຖ້ວມ​ພາຍຫຼັງ​ພາ​ຍຸ ແມດ​ມໍ

ນັບແຕ່ຕອນກາງຄືນວັນທີ 6 ຕຸລາ ຮອດວັນທີ 7 ຕຸລາ, ຍ້ອນຖືກຜົນກະທົບພາຍຫຼັງພາຍຸ ແມດມໍ, ໃນບໍລິເວນບັນດາແຂວງທາງພາກເໜືອ ຫວຽດນາມ ໄດ້ເກີດມີຝົກຕົກໜັກໃນວົງກວ້າງ. ໃນນັ້ນ, ແຂວງ ຖ໊າຍງວຽນ ແລະ ຮ່າໂນ້ຍ ແມ່ນສອງທ້ອງຖິ່ນເກີດຝົກຕົກໜັກເປັນພິເສດ.
ຍ້ອນຖືກຜົນກະທົບຈາກພາຍຸ, ເຮັດໃຫ້ເກີດຮ່າໂນ້ຍ ແລະ ບັນດາແຂວງພາກເໜືອ ຫວຽດນາມ ເກີດຜົນຕົກໜັກ (ພາບ: VOV)

ຢູ່ ຮ່າໂນ້ຍ, ຕອນເຊົ້າວັນທີ 7 ຕຸລາ ເກີດຝົນຕົກລະດັບປານກາງ, ຝົນຕົກໜັກ ແລະ ຝົນຟ້າຄະນອງດ້ວຍປະລິມານນ້ຳຝົນແຕ່ 40mm ຫາ 80mm… ເຮັດໃຫ້ເກີດນ້ຳຖ້ວມໃນວົງກວ້າງ. ທ່ານ ຟານຮວ່າຍມິງ, ຜູ້ອຳນວຍການໃຫຍ່ບໍລິສັດລະບາຍນ້ຳຈຳກັດຜູ້ດຽວ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ລະດົມຍານພາຫະນະ, ບຸກຄະລາກອນສົມທົບກັບບັນດາຫົວໜ່ວຍເພື່ອຮັບປະກັນວຽກງານລະບາຍນ້ຳ, ຕ້ານສະພາບນ້ຳອັ່ງໃນບໍລິເວັນນະຄອນ.”

 

ຢູ່ແຂວງ ຖ໊າຍງວຽນ, ຄະນະພັກ ແລະ ຄະນະກຳມະການປະຊາຊົນແຂວງ ຖ໊າຍງວຽນ ໄດ້ຮຽກຮ້ອງໃຫ້ກຳລັງປະຈັນບານປ້ອງກັນ, ຕ້ານໄພທຳມະຊາດຢູ່ບັນດາເຂດຈຸດສຸມ ຕ້ອງດຳເນີນຕະຫຼອດ 24 ຊົ່ວໂມງ (ພາບ: VOV)

ຢູ່ແຂວງ ຖ໊າຍງວຽນ, ຄະນະພັກ ແລະ ຄະນະກຳມະການປະຊາຊົນແຂວງ ຖ໊າຍງວຽນ ໄດ້ຮຽກຮ້ອງໃຫ້ກຳລັງປະຈັນບານປ້ອງກັນ, ຕ້ານໄພທຳມະຊາດຢູ່ບັນດາເຂດຈຸດສຸມ ຕ້ອງດຳເນີນຕະຫຼອດ 24 ຊົ່ວໂມງ; ກະກຽມຍານພາຫະນະ, ວັດຖຸອຸປະກອນ, ຮັບປະກັນຄວາມປອດໄພໃຫ້ແກ່ຊີວິດອິນຊີ, ຊັບສິນຂອງປະຊາຊົນ ແລະ ລະບົບກັນເຈື່ອນໃນບໍລິເວນ. ພ້ອມດຽວກັນນັ້ນ, ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນຜັນຂະຫຍາຍບັນດາມາດຕະການໜູນຊ່ວຍປະຊາຊົນຢູ່ບັນດາເຂດທີ່ພວມຖືກເຊາະເຈື່ອນ, ນ້ຳອັ່ງ… ຍ້ອນຝົນຕົກນ້ຳຖ້ວມໄຫຼມາຢ່າງວ່ອງໄວ, ຕອນບ່າຍຂອງວັນດຽວກັນ, ເຂື່ອນໄຟຟ້າ ບັກເຄ 1, ຕາແສງ ເຕິນຕຽນ, ແຂວງ ລ້າງເຊີນ ຖືກແຕກ. ທ່ານ ຮວ່າງງອກຮຶງ, ປະທານຄະນະກຳມະການປະຊາຊົນຕາແສງ ເຕິນຕຽນ, ແຂວງລ້າງເຊີນ, ໃຫ້ຮູ້ວ່າ:

ເຂື່ອນໄຟຟ້າ ບັກເຄ 1, ຕາແສງ ເຕິນຕຽນ, ແຂວງ ລ້າງເຊີນ ແຕກ (ພາບ: VOV)

“ກ່ອນທີ່ເຂື່ອນແຕກ, ອຳນາດການປົກຄອງທ້ອງຖິ່ນ ແລະ ໂຮງງານໄຟຟ້ານ້ຳຕົກ ໄດ້ແຈ້ງສະພາບການເຖິງນາຍບ້ານ ແລະ ພໍ່ແມ່ປະຊາຊົນຢູ່ເຂດລຸ່ມອ່າງເກັບນ້ຳເພື່ອດຳເນີນການຍົກຍ້າຍປະຊາຊົນຢ່າງທັນການ. ປັດຈຸບັນ, ທັງຕາແສງບໍ່ມີໄຟຟ້າໃຊ້, ສະນັ້ນ ກໍບໍ່ສາມາດວັກແທກໄດ້ປະລິມານນ້ຳໄຫຼລົງເຂດລຸ່ມເປັນແນວໃດ. ດຽວນີ້ນ້ຳຍຶງຂຶ້ນຢ່າງວ່ອງໄວ ແລະ ດ້ວຍປະລິມານຫຼາຍ, ອຳນາດການປົກຄອງຕາແສງກໍບໍ່ສາມາດເຂົ້າເຖິງເຂດເກີດເຫດໄດ້ ເພາະວ່າ ຕ້ອງເດີນຜ່ານ 3 – 4 ຈຸດນ້ຳຖ້ວມໜັກ, ມີຄວາມຫຍຸ້ງຍາກທີ່ສຸດ”.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top