• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ກົມ​ກອງ ອອກ​ເຄື່ອນ​ທັບ ​ປະ​ຕິ​ບັດ “ບັ້ນ​ກ​ວາງ​ຈຸງ” ສ້ອມ​ແປງ, ກໍ່​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ນ້ຳ​ຖ້ວມ

ພາຍຫຼັງພິທີອອກເຄື່ອນທັບ ປະຕິບັດ “ບັ້ນກວາງຈຸງ”, ກອງພົນນ້ອຍ 575, ທະຫານເຂດ 5 ໄດ້ຈັດສົ່ງກຳລັງເຄື່ອນທີ່ ມີພະນັກງານນັກຮົບ ເກືອບ 50 ຄົນ ໄປຍັງດັກລັກ ເພື່ອໜູນຊ່ວຍການກໍ່ສ້າງເຮືອນຢູ່ໃຫ້ແກ່ 3 ຄອບຄົວ.
ພິທີອອກເຄື່ອນທັບ ປະຕິບັດ “ບັ້ນກວາງຈຸງ” (ພາບ: nhandan.vn)

ວັນທີ 3 ທັນວາ, ຢູ່ທ່າກຳປັ່ທະຫານ ກາມແຣງ, ກອງບັນຊາການທະຫານເຮືອເຂດ 4 ໄດ້ຈັດການອອກເຄື່ອນທັບ ປະຕິບັດ  “ບັ້ນກວາງຈຸງ”. ຜ່ານການສຳຫຼວດນັບແຕ່ພາຍຫຼັງປຸກລະດົມບັ້ນກວາງຈຸງກ່ອນໜ້ານັ້ນ, ກອງບັນຊາການທະຫານເຮືອເຂດ 4 ໄດ້ສ້າງຕັ້ງ 40 ໜ່ວຍປະຕິບັດງານ (ແຕ່ລະກຸ່ມມີສະມາຊິກ 12 – 17 ຄົນ)ໄດ້ສົມທົບກັບກອງບັນຊາການທະຫານແຂວງ ແຄ້ງຮ່ວາ ແລະ ດັກລັກ ເພື່ອໜູນຊ່ວຍປະຊາຊົນສ້ອມແປງ, ກໍ່ສ້າງເຮືອນໃໝ່ 14 ຫຼັງໃນບໍລິເວນ.

ແລະກໍ່ໃນວັນທີ 3 ທັນວາ, ພາຍຫຼັງພິທີອອກເຄື່ອນທັບ ປະຕິບັດ “ບັ້ນກວາງຈຸງ”, ກອງພົນນ້ອຍ 575, ທະຫານເຂດ 5 ໄດ້ຈັດສົ່ງກຳລັງເຄື່ອນທີ່ ມີພະນັກງານນັກຮົບ ເກືອບ 50 ຄົນ ໄປຍັງດັກລັກ ເພື່ອໜູນຊ່ວຍການກໍ່ສ້າງເຮືອນຢູ່ໃຫ້ແກ່ 3 ຄອບຄົວ. ໂດຍກ່ຽວຂ້ອງເຖິງ ບັ້ນກວາງຈຸງ ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວທີ່ຖືກເສຍຫາຍຍ້ອນໄພທຳມະຊາດທີ່ຜ່ານມາຢູ່ບັນດາແຂວງເຂດພາກກາງ, ວັນທີ 3 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່ມີເອກະສານຮຽກຮ້ອງບັນດາທ້ອງຖິ່ນ, ຫົວໜ່ວຍກົມກອງລາຍງານປະຈຳອາທິດກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນພາຍຫຼັງພາຍຸນ້ຳຖ້ວມ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິການ​ສະ​ພາ​ຄວາມ​ໝັ້ນ​ຄົງ ເບ​ລາ​ຣຸດ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິການ​ສະ​ພາ​ຄວາມ​ໝັ້ນ​ຄົງ ເບ​ລາ​ຣຸດ

ໜ້າທີ່ຂອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດແມ່ນຕັ້ງໜ້າຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງ, ເຮັດໃຫ້ບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດອຸດົມສົມບູນກວ່າ.

Top