• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີມອບ - ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ - ຫວຽດນາມ

ໂຄງການດັ່ງກ່າວມີຂອບຂະໜາດ 200 ຕຽງ, ໂດຍແຂວງ ແທັງຮວາ ແລະ ຫົວພັນ ປະຕິບັດ.
ພິທີມອບ - ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ - ຫວຽດນາມ (ພາບ: VGP)

ຕອນເຊົ້າວັນທີ 04 ທັນວາ, ຢູ່ແຂວງ ຫົວພັນ, ໄດ້ຈັດພິທີມອບ - ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ - ຫວຽດນາມ. ເຂົ້າຮ່ວມລາຍການມີທ່ານ ຫງວຽນຈິຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ລາວ, ຜູ້ຕາງໜ້າການນຳແຂວງ ຫົວພັນ, ພ້ອມກັບການນຳກະຊວງ, ຂະແໜງການຈຳນວນໜຶ່ງຂອງ 2 ປະເທດ.

        ໂຄງການດັ່ງກ່າວມີຂອບຂະໜາດ 200 ຕຽງ, ໂດຍແຂວງ ແທັງຮວາ ແລະ ຫົວພັນ ປະຕິບັດ. ໂຄງການມີຍອດຈຳນວນເງິນລົງທຶນເກືອບ 20 ລ້ານ USD, ໃນນັ້ນ, ແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ກວມເອົາ 99,3% ຍອດເງິນລົງທຶນ. ພາຍຫຼັງນຳເຂົ້າໃຊ້ການ, ໂຮງໝໍນີ້ຈະກາຍເປັນໜຶ່ງໃນບັນດາກິດຈະກຳສາທາລະນະສຸກທີ່ມີຂອບຂະໜາດ ແລະ ທັນສະໄໝທີ່ສຸດຂອງແຂວງ ຫົວພັນ ແລະ ບັນດາທ້ອງຖິ່ນໃກ້ຄຽງຢູ່ທາງພາກເໜືອຂອງ ລາວ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ຢືນຢັນວ່າ ໂຮງໝໍມິດຕະພາບ ລາວ - ຫວຽດນາມ ແມ່ນສັນຍາລັກຂອງນ້ຳໃນອັນອົບອຸ່ນ, ຈິງໃຈ, ແມ່ນການແບ່ງປັນຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະສົນທະນາກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງສປປ.ລາວ ແລະ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ລາວ.

Top