• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ການ​ເຄື່ອນ​ໄຫ​ວ​ສະ​ເຫຼີ​ມ​ສະຫຼອງ 130 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ​ໄດ້​ຈັດ​ຂຶ້​ນ​ທັງ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (ວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2020), ຕອນບ່າຍວັນທີ 19 ພຶດສະພາ, ສະມາຄົມນັກຂ່າວແຂວງເທື່ອທຽນ - ເຫ້ວ ໄດ້ຈັດຕັ້ງງານວາງສະແດງ “ຮູບປະພັນລຸງໂຮ່ໃນໜັງສືພິມປະຕິວັດຢູ່ພາກໃຕ້, ໄລຍະ 1945 - 1975” ງານວາງສະແດງໄດ້ວາງສະແດງຮູບພາບ, ເອກະສານ 70 ຢ່າງກ່ຽວກັບປະທານໂຮ່ຈີມິນໃນໜັງສືພິມປະຕິວັດຢູ່ພາກໃຕ້, ເຊິ່ງສະແດງໃຫ້ເຫັນອາລົມຈິດ, ເຈດຈຳນົງຂອງພະນັກງານ, ນັກຮົບ, ປະຊາຊົນພາກໃຕ້ລ້ວນແຕ່ມຸ່ງໄປສູ່ລຸງໂຮ່.

ພະນັກງານສະຖານທູດລາວ ແລະພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຢ້ຽມຊົມງານສາງສະແດງຮູບພາບກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ

ແລະກໍ່ໃນວັນດຽວກັນ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຍ້ອງຍໍຊົມເຊີຍ ຊາວໜຸນ17 ຄົນທີ່ເປັນແບບຢ່າງດີເດັ່ນ ໃນການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ຈັດຕັ້ງກອງປະຊຸມຮ່ຳຮຽນຕາມບັນດາຫົວຂໍ້ສະເພາະກ່ຽວກັບດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.

ລັດຖະບານບັນດາປະເທດ, ສະຖານທູດຫວຽດນາມປະຈຳບາງປະເທດກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.

        ວັນທີ 19 ພຶດສະພາ(ຕາມເວລາທ້ອງຖິ່ນ), ຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ໄດ້ສົມທົບກັບບັນດາອົງການຕາງໜ້າ ຫວຽດນາມຢູ່ ອາເມລິກາ ແລະ ສະມາຄົມນັກສຶກສາ ຫວຽດນາມຢູ່ ນິວຢອກ ແລະ Boston ຈັດຕັ້ງການໂອ້ລົມສົນທະນາທາງອອນລາຍດ້ວຍຫົວຂໍ້ “ຊີວິດ, ແນວຄິດ ແລະ ພາລະກິດຂອງໂຮ່ຈີມິນ”. ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍ,ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ, ພ້ອມທັງເປັນນັກຮຽນຮູ້ທີ່ມີການຄົ້ນຄ້ວາກ່ຽວກັບປະທານໂຮ່ຈີມິນມາເປັນເວລາຫຼາຍປີ ໄດ້ເປັນປະທານການໂອ້ລົມສົນທະນາ.

        ແລະກໍ່ໃນວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດຫວຽດນາມ, ຜູ້ຕາງໜ້າການນຳລາວຈຳນວນໜຶ່ງ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມອາໄສຢູ່ລາວພ້ອມກັບບັນດາພະສົງສາມະເນນ ແລະ ພຸດທະສາສະນິກະຊົນຢູ່ລາວໄດ້ເຂົ້າຮ່ວມພິທີໂຮມຊຸມນຸມ ມິດຕິງສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top