ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ພົນເອກ ຟານວັນຢາງ ໄດ້ຕີລາຄາສູງຄວາມເອົາໃຈໃສ່ໃນການສົມທົບ, ການຊ່ວຍເຫຼືອຂອງບັນດາອົງການ, ຄະນະ, ກະຊວງ, ຂະແໜງການຂັ້ນສູງກາງ ແລະ ບັນດາອົງການສື່ມວນຊົນຕໍ່ພາລະກິດສ້າງກອງທັບປະຊາຊົນ ຫວຽດນາມ. ທ່ານກ່າວວ່າ:
“ບັນດາອົງການສື່ມວນຊົນສືບຕໍ່ເພີ່ມທະວີເວລາໂຄສະນາກ່ຽວກັບກອງທັບຢ່າງຮອບດ້ານ ແລະ ທັນການ; ສ້າງບັນດາຄໍລຳ, ລາຍການໂຄສະນາກ່ຽວກັບການທະຫານປ້ອງກັນຊາດ, ສ່ອງແສງນ້ຳໃຈກຽມພ້ອມຕໍ່ສູ້ຢ່າງສູງຂອງທະຫານໃນການປົກປັກຮັກສາອະທິປະໄຕເຂດຊາຍແດນ, ທະເລໝູ່ເກາະ”
ກໍໃນວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ພົນໂທ ເລືອງຕາມກວາງ ໄດ້ເປັນປະທານການພົບປະກັບຜູ້ຕາງໜ້າການນຳບັນດາອົງການສື່ມວນຊົນ ແລະ ສຳນັກຂ່າວສານເຊັ່ນດຽວກັນ.
ຕອນຄ່ຳວັນດຽວກັນ, ຢູ່ລ້າງເຊີນ, ຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ກໍໄດ້ຈັດການພົບປະສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 99 ປີ ແລະ ມອບລາງວັນສື່ມວນຊົນແຂວງ ລ້າງເຊີນ ຄັ້ງທີ IV ປີ 2024 ໃຫ້ແກ່ 50 ໃນຈຳນວນ 111 ຜົນງານສື່ມວນຊົນທີ່ໄດ້ເຂົ້າຮ່ວມການເສັງດັ່ງກ່າວ.