• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ການ​ນຳ ສ.ເກົາຫຼີ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ 3 ຝ່າຍ

ໃນຖະແຫຼງການຮ່ວມໄດ້ສ້າງຂີດໝາຍສະເຫຼີມສະຫຼອງ 1 ປີດຳເນີນກອງປະຊຸມສຸດຍອດ 3 ຝ່າຍຢູ່ຄ້າຍ David, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ Fumio Kishida ໄດ້ເນັ້ນໜັກວ່າ ພ້ອມກັນຮ່ວມມື ເພື່ອບັນລຸໄດ້ບັນດາເປົ້າໝາຍລວມ ແນໃສ່ຊຸກຍູ້ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ.
ການນຳ 3 ປະເທດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ (ພາບ: AFP/TTXVN)

ວັນທີ 18 ສິງຫາ, ບັນດາການນຳ 3 ປະເທດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ດຳເນີນຖະແຫຼງການຮ່ວມ, ຊົມເຊີຍບັນດາຜົນງານຮ່ວມມືດ້ານຄວາມໝັ້ນຄົງ 3 ຝ່າຍ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດ, ໄດ້ດຳເນີນຢູ່ຄ້າຍ David  (ອາເມລິກາ) ກ່ອນນີ້ 1 ປີ, ພ້ອມທັງໃຫ້ຄຳໝັ້ນສັນຍາ ເພີ່ມທະວີການພົວພັນໃນຫຼາຍຂົງເຂດ. ໃນຖະແຫຼງການຮ່ວມໄດ້ສ້າງຂີດໝາຍສະເຫຼີມສະຫຼອງ 1 ປີດຳເນີນກອງປະຊຸມສຸດຍອດ 3 ຝ່າຍຢູ່ຄ້າຍ David, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານນາຍົກລັດຖະມົນຕີ Fumio Kishida ໄດ້ເນັ້ນໜັກວ່າ ພ້ອມກັນຮ່ວມມື ເພື່ອບັນລຸໄດ້ບັນດາເປົ້າໝາຍລວມ ແນໃສ່ຊຸກຍູ້ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ. ຖະແຫຼງການດັ່ງກ່າວກໍໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ 3 ປະເທດໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມແລ້ວທີ່ຈະຮັບມືກັບບັນດາສິ່ງທ້າທາຍໃຫຍ່ຂອງໂລກ./.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top