• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາໜ້າທີ່ການພົວພັນຕ່າງປະເທດຂອງຫວຽດນາມໃນປີ 2021

      ທ່ວງທາ ແລະ ກຳລັງໃໝ່ຂອງປະເທດຊາດ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ຄວາມໝັ້ນຄົງເຂັ້ມແຂງ, ຄວາມສາມັກຄີຂອງທົ່ວລະບົບການເມືອງ, ຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມເດີນທາງ, ການສະໜັບສະໜູນຈາກປະຊາຊົນກໍ່ຄືການເຕີບໃຫຍ່, ຄວາມສຸດຈິດສຸດໃຈຂອງຖັນແຖວພະນັກງານເຮັດວຽກງານພົວພັນຕ່າງປະເທດ. ບັນດາປັດໄຈທັງໝົດເຫຼົ່ານີ້ ແມ່ນປະຖົມປັດໄຈຢ່າງໝັ້ນແກ່ນເພື່ອໃຫ້ ຫວຽດນາມກ້າວເຂົ້າສູ່ປີ 2021 ແລະຊຸມປີຕໍ່ໄປ ດ້ວຍຈິດໃຈໃໝ່
ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ
(ພາບ: nhandan.com.vn)
      ປີ 2021 ແມ່ນປີທຳອິດທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ແຜນການພັດທະນາເສດຖະກິດ - ສັງຄົມ 2021 – 2025 ແລະຍຸດທະສາດພັດທະນາເສດຖະກິດ - ສັງຄົມ 2021 – 2030, ສ້າງພື້ນຖານເພື່ອປະຕິບັດຄາດຫວັງພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ.
ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
            ໜ້າທີ່ຈຸດສຸມຂອງການພົວພັນຕ່າງປະເທດຫວຽດນາມໃນປີ 2021 ແມ່ນຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເຮັດໃຫ້ການພົວພັນກັບບັນດາປະເທດເລິກເຊິ່ງກ່ວາອີກ, ປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ,  ລະດົມບັນດາກຳລັງພາຍນອກເພື່ອຮັບໃຊ້ການພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.
            ໃນສະພາບການໂລກແລະພາກພື້ນມີບັນດາການຜັນແປຢ່າງສັບສົນແບບບໍ່ເຄີຍມີມາກ່ອນ, ເປັນຕົ້ນແມ່ນໂລກລະບາດໂຄວິດ - 19 ຊຶ່ງໄດ້ກໍ່ຜົນກະທົບຕໍ່ທຸກດ້ານໃນການດຳລົງຊີວິດແລະການພົວພັນສາກົນຢ່າງເລິກເຊິ່ງແລະຮອບດ້ານ, ວຽກງານການພົວພັນຕ່າງປະເທດຂອງຫວຽດນາມແມ່ນສືບຕໍ່ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ສ້າງແລະຍາດແຍ່ງກາລະໂອກາດ, ຜັນຂະຫຍາຍຢ່າງຄົບຊຸດແລະຮອບດ້ານ, ມີການຮັບມືຢ່າງຂະຫຍັນຂັນເຄື່ອນ, ຍາດແຍ່ງບັນດາແຫຼ່ງກຳລັງພາຍນອກຢ່າງສຸດຂີດເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍກ່ອນອື່ນໝົດແມ່ນ ປີ 2025 ຕ້ອງຜ່ານຜ່າດັກການຕົກບ້ວງລາຍຮັບປານກາງ, ສ້າງປະຖົມປັດໄຈເພື່ອປະຕິບັດຮອດປີ 2030, 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຫງວຽນມິງຫວູເນັ້ນໜັກວ່າ:
            ເພື່ອປະຕິບັດ, ມີ 3 ຈຸດສຸມໃນການພົວພັນຕ່າງປະເທດຕ້ອງຜັນຂະຫຍາຍ. ກ່ອນອື່ນໝົດ, ນຳການພົວພັນລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືຍຸດທະສາດ, ຮອບດ້ານເຂົ້າສູ່ລວງເລິກ, ແທດຈິງ, ຍືນຍົງກ່ວາອີກ, ໃນນັ້ນຕ້ອງເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ, ການສຶກສາບຳລຸງສ້າງ… ທີ 2 ແມ່ນການສົມທົບກັນລະຫວ່າງການພົວພັນທາງດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບການຕ່າງປະເທດ ແລະ ລະຫວ່າງບັນດາຊ່ອງທາງການພົວພັນຕ່າງປະເທດຂອງພັກ, ລັດ, ປະຊາຊົນຕ້ອງຮ່ວມແຮງຮ່ວມໃຈໃນການປະຕິບັດຍຸດທະການຢ່າງໝັ້ນຄົງ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຮົາ, ຊຸກຍູ້ຄວາມໝັ້ນຄົງ, ເສີມຂະຫຍາຍທ່າແຮງຂອງການພົວພັນຕ່າງປະເທດເພື່ອແກ້ໄຂບັນດາຄວາມສ່ຽງຕໍ່ຄວາມສະຫງົບແຫ່ງຊາດ, ບັນດາສິ່ງທ້າທາຍຕໍ່ຄວາມສະຫງົບແບບເກົ່າແລະແບບໃໝ່ໂດຍໄວ,
            ເພື່ອສືບຕໍ່ຍົກສູງບົດບາດຂອງຫວຽດນາມບົນເວທີສາກົນຄືຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຝູຈ້ອງທີ່ວ່າ: “ບໍ່ມີຍາມໃດທີ່ພາລະກິດຂອງຫວຽດນາມບົນເວທີສາກົນພັດສູງຄືປັດຈຸບັນ”, ໜ້າທີ່ຂອງການພົວພັນຕ່າງປະເທດຫວຽດນາມໃນປີ 2021 ແມ່ນສືບຕໍ່ຜັນຂະຫຍາຍບົດບາດຂອງການພົວພັນຕ່າງປະເທດຫຼາຍຝ່າຍ, ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມເປັນເຈົ້າການແລະຄວາມຮັບຜິດຊອບຂອງປະຊາຄົມສາກົນ ເພື່ອພ້ອມກັບສາກົນແກ້ໄຂບັນດາສິ່ງທ້າທາຍລວມຂອງພາກພື້ນ ແລະທົ່ວໂລກຢ່າງມີປະສິດທິຜົນ. ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
            ຫວຽດນາມສືບຕໍ່ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຜ່ານບັນດາການເຄື່ອນໄຫວຢູ່ສະພາຄວາມໝັ້ນຄົງ ສປຊແຕ່ວ່າໃນອາຊຽນພວກເຮົາຕ້ອງເຮັດແນວໃດເພື່ອເສີມຂະຫຍາຍໄດ້ບັນດາໝາກຜົນຂອງປີປະທານອາຊຽນທີ່ຜ່ານມາສືບຕໍ່ຮັກສາທ່າພັດທະນາຂອງອາຊຽນກໍ່ຄືບັນດາຂໍ້ລິເລີ່ມເນື້ອໃນຂອງອາຊຽນໃນປີ 2020. ຫວຽດນາມໄດ້ເຂົ້າຮ່ວມລົງນາມບັນດາສັນຍາການຄ້າເສລີແລະ ສືບຕໍ່ຈະມີບັນດາສັນຍາການຄ້າເສລີທີ່ໄດ້ຮັບການໃຫ້ສັດຕະຍາບັນເພາະສະນັ້ນຕ້ອງເຮັດແນວໃດເພື່ອປະຕິບັດ ແລະ ຍາດແຍ່ງບັນດາກາລະໂອກາດຈາກບັນດາສັນຍາການຄ້າເສລີຢ່າງມີປະສິດທິຜົນແລະໜ້າທີ່ສຳຄັນທີ່ສຸດນັ້ນແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບສະຖຽນລະພາບປົກປັກຮັກສາເອກະລາດອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດນັ້ນແມ່ນເປົ້າໝາຍທີ່ໃຫຍ່ຫຼວງ  ແລະ ລຸລ່ວງ
            ຕາມບົດລາຍງານການເມືອງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ທີ່ຫາກໍ່ໄດ້ເຕື້ອງເຖິງຫຼາຍບັນຫາສຳຄັນ, ໃນນັ້ນໄດ້ຕີລາຕາວ່າ ວຽກງານການພົວພັນຕ່າງປະເທດໃນໄລຍະທີ່ຜ່ານມາບັນລຸໄດ້ຜົນງານທີ່ມີຄວາມໝາຍສຳຄັນຫຼາຍຢ່າງ, ສ້າງໄດ້ບັນດາຂີດໝາຍທີ່ພົ້ນເດັ່ນ. ຫວນຄືນປີ 2020, ເຊິ່ງແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ, ຫວຽດນາມໄດ້ຮັບຕຳແໜ່ງຄວບຄູ່ ທັງເປັນປະທານ ອາຊຽນ 2020, ທັງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ຄຽງຄູ່ກັນນັ້ນ, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19, ທ່າຮ່ວມມືລະຫວ່າງຫວຽດນາມແລະບັນດາປະເທດຍັງໄດ້ຮັບການຮັກສາແລະພັດທະນາ, ຊ້ຳບໍ່ໜຳຍັງກ້າວກະໂດດຂັ້ນດ້ວຍບັນດາສັນຍາ FTA ທີ່ໄດ້ຮັບການລົງນາມແລະມີຜົນສັກສິດ. ອາດເວົ້າໄດ້ວ່າ, ໃນຍາມຍິ່ງມີຄວາມຫຍຸ້ງຍາກ, ບັນດາຂີດໝາຍທີ່ເຂັ້ມຂຸ້ນໄປດ້ວຍຈິດໃຈຫວຽດນາມກໍ່ຍິ່ງໄດ້ຮັບການທະວີຄູນແລະພົ້ນເດັ່ນຂຶ້ນ, ເພື່ອຢັ້ງຢືນບົດບາດແລະທີ່ຕັ້ງຂອງປະເທດຊາດ, ທັງປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບແລະພັດທະນາຢູ່ພາກພື້ນແລະໂລກ.
            ດ້ວຍບັນດາຂີດໝາຍແຫ່ງຜົນສຳເລັດນັ້ນ, ຫວຽດນາມສາມາດມີຄວາມເອກອ້າງທະນົງໃຈກ້າວເດີ່ນບົນເສັ້ນທາງເຊື່ອມໂຍງແລະພັດທະນາພ້ອມກັບປະຊາຄົມສາກົນຢ່າງໝັ້ນຄົງ. ຫວຽດນາມຈະປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດໃນປີ 2021 ຢ່າງມີໄຊ, ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີປະສິດທິຜົນ, ເພື່ອໃຫ້ທີ່ຕັ້ງບົດບາດຂອງຫວຽດນາມນັບມື້ນັບສູງຂຶ້ນ, ສະແດງໃຫ້ເຫັນກຳລັງແຮງຂອງປະເທດຊາດແລະຄວາມມຸ່ງຫວັງໃນການພັດທະນານັບມື້ນັບເຕີບໃຫຍ່ເຂັ້ມແຂງ, ວັດທະນາຖາວອນ.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top