• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາອົງການສື່ມວນຊົນ ມຸ່ງໄປເຖິງການສ້າງລະບົບຄົບຊຸດໃນການຖະແຫຼງຂ່າວ

      ຕອນເຊົ້າວັນທີ 18 ມັງກອນ, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ໄດ້ຈັດຕັ້ງພິທີເປີດສະຫຼອງລະບົບໜ້າຈໍໜັກເວັບໃໝ່ຂອງປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ແລະ ສຳນັກບັນນາທິການ, ເນື່ອງໃນໂອກາດສະເຫຼີມສະຫຼອງ 16 ປີ ແຫ່ງປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານເຊື່ອມຕໍ່ກັບອິນເຕີເນັດ (10/1/2006 – 10/1/2022).
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)
      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງບົດບາດຂອງປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ແລະ ຢັ້ງຢືນວ່າ ບໍ່ພຽງແຕ່ໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງລັດຖະບານ, ກົງຈັກບໍລິຫານຂອງລັດເຖິງປະຊາຊົນ, ຜູ້ອ່ານຢູ່ຕ່າງປະເທດໄດ້ຢ່າງທັນການເທົ່ານັ້ນ, ຫາກປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ຍັງມີຄວາມຄືບໜ້າຢ່າງຈະແຈ້ງໃນການຮັບເອົາຄຳເຫັນກະທົບຕອບ, ຄຳປຶກສາ, ຄຳເຫັນປະກອບ, ຄຳລະດົມກຳລັງໃຈຂອງປະຊາຊົນ ແລະ ເພື່ອນມິດສາກົນອີກດ້ວຍ.
        ທ່ານຮອງນາຍົກລັດຖະມົນຕີ ສະເໜີກະຊວງຖະແຫຼງຂ່າວ ແລະ ການສື່ສານ ສົມທົບກັບສະມາຄົມນັກຂ່າວ ຫວຽດນາມ, ບັນດາອົງການສື່ມວນຊົນ, ປະຕູຖານຂໍ້ມູນ, ເວັບໄຊ… ຕ້ອງສ້າງເປັນລະບົບທີ່ຄົບຊຸດໃນການຖະແຫຼງຂ່າວກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ພ້ອມທັງຮັບເອົາການເຂົ້າຮ່ວມ, ປະກອບຄຳເຫັນຂອງປະຊາຊົນ, ນຳເຂົ້າຖານຂໍ້ມູນເພື່ອໄຈ້ແຍກ, ເປັນພື້ນຖານເພື່ອດັດປັບນະໂຍບາຍ.
(ແຫຼ່ງຄັດຈາກ VOV)

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.

Top