• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາພັກການເມືອງໃນໂລກຕີລາຄາສູງເລື່ອງຫວຽດນາມ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວບັນດາພັກການເມືອງໃນໂລກ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຂອງຫວຽດນາມ.

(ພິທີມອບເຄື່ອງອຸປະກອນການແພດໃຫ້ແກ່ປະເທດລາວ)

ຕໍ່ໜ້າສະພາບການໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນ, ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງເຖິງທົ່ວໂລກ ແລະ ປະຊາຊົນບັນດາປະເທດນັ້ນ, ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວບັນດາພັກການເມືອງໃນໂລກ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຂອງຫວຽດນາມ, ພ້ອມທັງສະເໜີບັນດາມາດຕະການຮ່ວມມືລະຫວ່າງບັນດາພັກການເມືອງ ແລະ ບັນດາປະເທດ, ພ້ອມກັນສາມັກຄີ, ຜ່ານຜ່າໂລກລະບາດ.

ບັນດາພັກການເມືອງໃນໂລກກໍ່ສົ່ງຈົດໝາຍ, ໂທລະເລກເຖິງພັກກອມມູນິດຫວຽດນາມ, ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ບັນດາມາດຕະການຢ່າງຂ້ຽວຂາດ, ມີປະສິດທິຜົນຂອງພັກ ແລະ ລັດຖະບານຫວຽດນາມ ໃນເລື່ອງສະກັດກັ້ນ, ຄວບຄຸມໂລກລະບາດທີ່ບັນລຸໄດ້ບັນດາໝາກຜົນຕັ້ງໜ້າຫຼາຍຢ່າງໃນໄລຍະຜ່ານມາ.

 (ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top