• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາບໍລິສັດການບິນໃນໂລກພ້ອມແລ້ວຈະເຊື່ອມຕໍ່ທຸກສາຍການບິນສາກົນເປັນປົກກະຕິ

ຕາມກົມການບິນ ຫວຽດນາມ ແລ້ວ, ບັນດາປະເທດເຊິ່ງ ຫວຽດນາມ ສະເໜີໃຫ້ຟື້ນຟູສາຍການບິນສ່ວນຫຼາຍແມ່ນໄດ້ເຫັນດີແລ້ວ.

ບັນດາປະເທດເຊິ່ງ ຫວຽດນາມ ສະເໜີໃຫ້ຟື້ນຟູສາຍການບິນສ່ວນຫຼາຍແມ່ນໄດ້ເຫັນດີແລ້ວ

(ພາບປະກອບ: TTXVN) 

ພາຍຫຼັງ ຫວຽດນາມ ຍົກເລີກຂໍ້ຈຳກັດກ່ຽວກັບການປະຕິບັດບັນດາຖ້ຽວບິນສາກົນ. ຜູ້ຕາງໜ້າບໍລິສັດການບິນ Bamboo Airways ຢືນຢັນວ່າ ໄດ້ກະກຽມແຫຼ່ງກຳລັງໂດຍໄວ ແລະ ລະອຽດ ເພື່ອເຊື່ອມຕໍ່ສາຍການບິນສາກົນຄືນໃໝ່.

ໃນຂະນະນັ້ນ, Vietravel Airlines ພວມສົ່ງເສີມການເຮັດວຽກກັບບັນດາຄູ່ຮ່ວມມື, ຕະຫຼາດ ເພື່ອນຳແຂກທ່ອງທ່ຽວຈາກຕ່າງປະເທດເຂົ້າມາ ຫວຽດນາມ ແລະ ຈາກ ຫວຽດນາມ ໄປຍັງບັນດາຕະຫຼາດຄື: ໄທ, ອິນໂດເນເຊຍ ໃນທ້າຍໄຕມາດທີ 2 ແລະ ໄປຍັງຕະຫຼາດ ອາຊີຕາເວັນອອກສ່ຽງເໜືອ ນັບແຕ່ໄຕມາດທີ 3.

ສ່ວນຜູ້ຕາງໜ້າ Pacific Airlines ໃຫ້ຮູ້ວ່າ, ໄດ້ຜັນຂະຫຍາຍຖ້ຽວບິນປົກກະຕິໄປຍັງ ບາງກອກ (ໄທ). ພ້ອມກັນນັ້ນ, ທາງບໍລິສັດກໍ່ກະກຽມແຜນການເຊື່ອມຕໍ່ຖ້ຽວບິນລະຫວ່າງ ນະຄອນ ໂຮ່ຈີມິນ ໄປ ສິງກະໂປ, ໄຕ້ຫວັນ (ຈີນ) ແລະ ບັນດາປະເທດຢູ່ພາກພື້ນໂດຍໄວ.

ຕາມກົມການບິນ ຫວຽດນາມ ແລ້ວ, ບັນດາປະເທດເຊິ່ງ ຫວຽດນາມ ສະເໜີໃຫ້ຟື້ນຟູສາຍການບິນສ່ວນຫຼາຍແມ່ນໄດ້ເຫັນດີແລ້ວ. ປະຈຸບັນໄດ້ມີການເຄື່ອນໄຫວຄືນໃໝ່ ແລະ ໃນໄລຍະຈະມາເຖິງ ຈະມີຫຼາຍສາຍການບິນສາກົນບິນໄປຍັງຕະຫຼາດໃໝ່ຄື ຕາເວັນອອກກາງ, ຕວກກີ…


(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top