
ຜູ້ຕາງໜ້າກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮຈີມິນຮັບເງິນບໍລິຈາກຂອງບັນດາຫົວໜ່ວຍ, ບຸກຄົນ (ພາບ: TTXVN)
ທ່ານຫງວຽນຮຶວຢຸງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໃຫ້ຮູ້ວ່າ: ດ້ວຍພາລະໜ້າທີ່ຢ່າງໜັກໜ່ວງແມ່ນບ່ອນຮັບເງິນບໍລິຈາກ, ຮັບວັດຖຸສິ່ງຂອງຊ່ວຍເຫຼືອໄດ້ມີສຳນັກງານ, ອົງການຈັດຕັ້ງ, ກຸ່ມບໍລິສັດ, ວິສາຫະກິດຫຼ່າຍແຫ່ງແລະຜູ້ໃຈບຸນໃຈກຸສົນຫຼາຍຄົນໄດ້ມາສຳນັກງານແນວໂຮມປະເທດຊາດຫວຽດນາມ ເພື່ອຮ່ວມແຮງຮ່ວມໃຈສະໜັບສະໜູນບໍລິຈາກ. ທ່ານຫງວຽນຮຶວຢຸງໃຫ້ຄຳໝັ້ນສັນຍາວ່າ, ຈຳນວນເງິນທັງໝົດທີ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຮັບຈະໄດ້ສົ່ງເຖິງກະຊວງສາທາລະນະສຸກເພື່ອຊື້ອຸປະກອນຮັບໃຊ້ໃຫ້ແກ່ການປິ່ນປົວກໍ່ຄືສົ່ງ, ແຈກຢາຍໂດຍກົງໃຫ້ເຂດແຍກຕົວໃນທົ່ວປະເທດ. ຄຽງຄູ່ກັນນັ້ນ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຈະຫັກເອົາເງິນສ່ວນໜຶ່ງເພື່ອໜູນຊ່ວຍໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທີ່ໄດ້ຮັບຜົນສະທ້ອນຍ້ອນເສດຖະກິດໃນຊ່ວງເວລາທີ່ແຍກຕົວ.
(ແຫຼ່ງຄັດຈາກ VOV)