ຂ່າວສານ

ບັນດາບຸກຄົນ, ໝູ່ຄະນະສືບຕໍ່ຮ່ວມແຮງຮ່ວມໃຈສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

      ໄລ່ຮອດວັນທີ 1 ເມສາ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຮັບເງິນບໍລິຈາກແລະຈົດທະບຽນບໍລິຈາກເຊິ່ງມີມູນຄ່າທັງໝົດເກືອບ 700 ຕື້ດົ່ງ. 

ຜູ້ຕາງໜ້າກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮຈີມິນຮັບເງິນບໍລິຈາກຂອງບັນດາຫົວໜ່ວຍ, ບຸກຄົນ (ພາບ: TTXVN)
      ທ່ານຫງວຽນຮຶວຢຸງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໃຫ້ຮູ້ວ່າ: ດ້ວຍພາລະໜ້າທີ່ຢ່າງໜັກໜ່ວງແມ່ນບ່ອນຮັບເງິນບໍລິຈາກ, ຮັບວັດຖຸສິ່ງຂອງຊ່ວຍເຫຼືອໄດ້ມີສຳນັກງານ, ອົງການຈັດຕັ້ງ, ກຸ່ມບໍລິສັດ, ວິສາຫະກິດຫຼ່າຍແຫ່ງແລະຜູ້ໃຈບຸນໃຈກຸສົນຫຼາຍຄົນໄດ້ມາສຳນັກງານແນວໂຮມປະເທດຊາດຫວຽດນາມ ເພື່ອຮ່ວມແຮງຮ່ວມໃຈສະໜັບສະໜູນບໍລິຈາກ. ທ່ານຫງວຽນຮຶວຢຸງໃຫ້ຄຳໝັ້ນສັນຍາວ່າ, ຈຳນວນເງິນທັງໝົດທີ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຮັບຈະໄດ້ສົ່ງເຖິງກະຊວງສາທາລະນະສຸກເພື່ອຊື້ອຸປະກອນຮັບໃຊ້ໃຫ້ແກ່ການປິ່ນປົວກໍ່ຄືສົ່ງ, ແຈກຢາຍໂດຍກົງໃຫ້ເຂດແຍກຕົວໃນທົ່ວປະເທດ. ຄຽງຄູ່ກັນນັ້ນ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຈະຫັກເອົາເງິນສ່ວນໜຶ່ງເພື່ອໜູນຊ່ວຍໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທີ່ໄດ້ຮັບຜົນສະທ້ອນຍ້ອນເສດຖະກິດໃນຊ່ວງເວລາທີ່ແຍກຕົວ.
 (ແຫຼ່ງຄັດຈາກ VOV)


top