• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດານັກຊ່ຽວຊານ, ນັກວິທະຍາສາດສະເໜີມາດຕະການມຸ່ງໄປເຖິງການດຳລົງຊີວິດຮ່ວມກັບ SARS – CoV – 2 ໂດຍປອດໄພ

      ວັນທີ 15 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມກັບບັນດານັກຊ່ຽວຊານ ສະມາຄົມໃຫຍ່ແພດສາດ ຫວຽດນາມ ກ່ຽວກັບມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການໃໝ່.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມກັບບັນດານັກຊ່ຽວຊານ (ພາບ: TTXVN)
      ທີ່ກອງປະຊຸມ, ບັນດານັກຊ່ຽວຊານ, ນັກວິທະຍາສາດ ໃຫ້ຂໍ້ສັງເກດວ່າ ໂລກລະບາດໂຄວິດ - 19 ຈະສືບຕໍ່ແກ່ຍາວ ແລະ ຈະປະກົດມີໄວຣັດສາຍພັນໃໝ່ຂອງ SARS – CoV – 2  ສະນັ້ນ, ຄວນມີການດັດປັບມາດຕະການແກ້ໄຂ, ຍຸດທະສາດປ້ອງກັນ, ຕ້ານໂລກລະບາດໃນສະພາບການໃໝ່.
       ນັກຊ່ຽວຊານບາງທ່ານຖືວ່າ, ສຳລັບທ້ອງຖິ່ນທີ່ພວມຄວບຄຸມໄດ້ໂລກລະບາດນັ້ນ ຈະສືບຕໍ່ສະກັດກັ້ນ, ກວດພົບໂດຍໄວ, ຄົ້ນຫາແຫຼ່ງແຜ່ເຊື້ອເພື່ອຈຳກັດບໍລິເວນ, ປະຕິບັດການແຍກຕົວຢ່າງທັນການ ແລະ ປິ່ນປົວຢ່າງມີປະສິດທິຜົນ.
      ສຳລັບທ້ອງຖິ່ນທີ່ສະພາບການໂລກລະບາດຍັງສັບສົນນັ້ນ, ນັກຊ່ຽວຊານບາງທ່ານຖືວ່າ, ຄວນມີບັນດາມາດຕະການຕ້ານໂລກລະບາດພິເສດ, ໃນນັ້ນ ຄວນສຸມໃສ່ການຄວບຄຸມແຫຼ່ງແຜ່ເຊື້ອເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດລົງໂດຍໄວ, ຍູ້ໄວວຽກງານສັກວັກຊິນກັນພະຍາດໂຄວິດ - 19; ຫຼັງຈາກນັ້ນຄ່ອຍໆຜ່ອນຜັນມາດຕະການຕ້ານໂລກລະບາດ, ນຳການຜະລິດ, ດຳເນີນທຸລະກິດເຂົ້າສູ່ການເຄື່ອນໄຫວໃນສະພາບປົກກະຕິໃໝ່; ສ້າງຕັ້ງແລວປອດໄພຢູ່ອ້ອມຮອບເຂດດັ່ງກ່າວ, ຄວບຄຸມການເຂົ້າ - ອອກໃຫ້ເຂັ້ມງວດ, ບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ທ້ອງຖິ່ນອື່ນ.
      ເພື່ອມຸ່ງໄປເຖິງການດຳລົງຊີວິດຮ່ວມກັບ SARS – CoV – 2 ຢ່າງປອດໄພນັ້ນ, ບັນດານັກຊ່ຽວຊານສະເໜີໃຫ້ເພີ່ມທະວີ ກຳລັງຄວາມສາມາດຂອງຂະແໜງສາທາລະນະສຸກ ຕາມທິດ “ປັດໄຈ 4 ຢູ່ກັບບ່ອນ” ກຳລັງກວດວິໄຈຫາເຊື້ອໄວຣັ້ດ ຕິດພັນກັບການສືບສວນປະຫວັດການສຳຜັດ; ແຍກຕົວ, ຕ້ອນຮັບ ແລະ ຈັດແບ່ງກໍລະນີ; ບັນດາຮາກຖານປິ່ນປົວມີຢາປິ່ນປົວຢ່າງພຽງພໍ, ລະບົບອົກຊີແຢນ ມີລາຄາຕ່ຳ ແລະ ວັກຊິນກັນພະຍາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສະ​ຫະ​ພັນ ລັດ​ເຊຍ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສະ​ຫະ​ພັນ ລັດ​ເຊຍ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Vladimirovich Mishustin. ທ່ານກໍແມ່ນນັກການເມືອງຂັ້ນສູງຕ່າງປະເທດຄົນທຳອິດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນປີນີ້.

Top