• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນຕ້ອງເປັນເຈົ້າການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ, ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ທ້ອງຖິ່ນຈົ່ງຮີບເຮັ່ງໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ຟື້ນຟູການຜະລິດ, ຮັບປະກັນຊີວິດໃຫ້ເປັນປົກກະຕິ.
  (ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ເປັນປະທານກອງປະຊຸມ)  

 ວັນທີ 01 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ໄດ້ເປັນປະທານກອງປະຊຸມດ່ວນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບສະພາບໄພທຳມະຊາດຢູ່ບັນດາແຂວງທາງພາກກາງ ຫວຽດນາມ ແລະ ມາດຕະການແກ້ໄຂ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ທ້ອງຖິ່ນຈົ່ງຮີບເຮັ່ງໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ຟື້ນຟູການຜະລິດ, ຮັບປະກັນຊີວິດໃຫ້ເປັນປົກກະຕິ.

ໃນຊຸມມື້ຈະມາເຖິງຈະສືບຕໍ່ເກີດຝົນຕົກອີກ. ຍ້ອນເຫດນັ້ນ, ບັນດາສະຫາຍຕ້ອງໄປສຳຫຼວດທຸກເຂດທີ່ມີຄວາມສ່ຽງດິນເຊາະເຈື່ອນ, ສົ່ງຜົນາທ້ອນເຖິງຊີວິດອິນຊີຂອງປະຊາຊົນ. ບັນດາຄອບຄົວຢູ່ເຂດມີຄວາມສ່ຽງສູງນີ້ ພວກເຮົາຕ້ອງກ່າວເຕືອນ, ສ້າງແຜນການຍົກຍ້າຍປະຊາຊົນຢ່າງທັນການ”

ໄລ່ຮອດເວລາ 17 ໂມງຂອງວັນທີ 01 ເມສາ, ຝົນຕົກ, ນ້ຳຖ້ວມ, ລົມແຮງຜິດປົກກະຕິໄດ້ເກີດຂຶ້ນໃນບໍລິເວນກວ້າງ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ຜູ້ຫາຍສາບສູນ 1 ຄົນ ແລະ ກໍ່ຄວາມເສຍຫາຍທາງດ້ານເຮືອນຊານຂອງປະຊາຊົນ, ກ່ຳປັ່ນ ແລະ ປາກະຊັງລ້ຽງປາ, ປູກສິນໃນນ້ຳເປັນຈຳນວນຫຼາຍຢູ່ເຂດພາກກາງ.

ຕອນບ່າຍວັນທີ 01 ເມສາ, ຄະນະປະຕິບັດງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ໂດຍທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນຮ່ວາງຮຽບ ນຳໜ້າ, ໄດ້ໄປຮອດພາກກາງ ເພື່ອຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ຮັບມືກັບອາກາດປັນປ່ວງຜິດປົກກະຕິໃນຊຸມມື້ຈະມາເຖິງ.

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top