• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຊົນເຜົ່າສ່ວນໜ້ອຍຢູ່ ເຊີນລາ ອະນຸລັກຮັກສາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຕົນໄວ້

      ເດືອນສິງຫາ ປີ 2020, ນະຄອນ ເຊີນລາ, ຂຶ້ນກັບແຂວງ ເຊີນລາ ໄດ້ສ້າງແຜນຮ່າງກ່ຽວກັບການຮັກສາ ແລະ  ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ນະຄອນ ເຊີນລາ ເຊິ່ງເຕັມໄປດ້ວຍສີສັນວັດທະນະທຳຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ໄລຍະ 2020 – 2025. ການຜັນຂະຫຍາຍການປະຕິບັດແຜນຮ່າງດັ່ງກ່າວ ໄດ້ຮັບຄວາມເຫັນດີເຫັນຈາກຂອງອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນ ເຊິ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາວຽກງານລະອຽດ ເພື່ອນຳມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຄັ້ງທີ XIX ເຂົ້າໃນຊີວິດ, ປະກອບສ່ວນຮັກສາ, ເສີມຂະຫຍາຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ ທີ່ພວມມີຄວາມສ່ຽງຖືກສູນຫາຍໄປ.
ຫ້ອງຮຽນພາສາຜູ້ໄທ
      ຮອດຕອນຄ່ຳວັນເສົາ, ວັນອາທິດຂອງທຸກໆອາທິດ, ບັນດາສະມາຊິກໃນສະໂມສອນ “ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸ່ນຄ່າວັດທະນະທຳຊົນເຜົ່າຜູ້ ໄທ” ຢູ່ ບ້ານ ຮິ່ນ, ຕາແສງ ຈ່ຽງອານ, ນະຄອນ ເຊີນລາ ກໍເຕົ້າໂຮມກັນຢູ່ຫໍວັດທະນະທຳບ້ານ ເພື່ອພ້ອມກັນຝຶກຊ້ອມບັນດາວາດຟ້ອນແຊວ່ ທີ່ເປັນມູນເຊື້ອ ແລະ ບັນດາບົດເພງພື້ນເມືອງຂອງຊົນເຜົ່າຜູ້ໄທ.  ເອື້ອຍ ລໍ່ຊວັນເຫືອງ, ຫົວໜ້າສະໂມສອນ ອະນຸລັກຮັກສາວັດທະນະທຳ ຊົນເຜົ່າຜູ້ ໄທ ບ້ານ ຮິ່ນ ໃຫ້ຮູ້ວ່າ: ນອກຈາກການສ້າງບັນດາບົດຟ້ອນແຊວ່ ທີ່ເປັນມູນເຊື້ອຂອງຊົນເຜົ່າຜູ້ ໄທ, ເຊີນລາຄືນໃໝ່ແລ້ວ, ທາງສະໂມສອນກໍຍາດແຍ່ງເວລາຝຶກຊ້ອມບັນດາບົດເພງພື້ນເມືອງຂອງຊົນເຜົ່າຜູ້ ໄທ ແລະ ເຊີນຜູ້ອາວຸໂສໃນບ້ານມາສອນພາສາຜູ້ໄທ ໃຫ້ບັນດາສະມາຊິກໃນກຸ່ມ ແລະ ປະຊາຊົນຢູ່ທີ່ນີ້ອີກດ້ວຍ.
        ມາຮອດປັດຈຸບັນ, ຫ້ອງຮຽນພາສາຜູ້ໄທ ຍັງສືບຕໍ່ດຳເນີນ ເພື່ອໃຫ້ສະມາຊິກທຸກຄົນລ້ວນແຕ່ອ່ານໄດ້ຂຽນເປັນ. ຮອດຍາມພັກແລ້ງ, ບັນດານ້ອງໆນັກຮຽນທີ່ມີຄວາມຕ້ອງການຮຽນຕໍ່ ກໍຈະຈັດຫ້ອງຮຽນໃຫ້ພວກນ້ອງຮຽນ. ກ່ຽວກັບບັນດາເຄື່ອງດົນຕີພື້ນເມືອງ, ພວກຂ້າພະເຈົ້າ ກໍຈະເຊີນຜູ້ເຖົ້າຜູ້ແກ່ທີ່ມີຄວາມຊຳນານໃນການຫຼີ້ນເຄື່ອງດົນຕີນີ້ ມາສອນໃຫ້ຄົນລຸ້ນໜຸ່ມ ເພື່ອໃຫ້ພວກຫຼານສືບທອດເອົາມູນເຊື້ອວັດທະນະທຳຂອງບ້ານ”.
Homestay ຕຽນກວັນ, ຮາກຖານອາໄສຊຸມຊົນຢູ່ບ້ານ ບໍ໊, ຕາແສງ ຈ່ຽງອານ
      ປະຈຸບັນ, homestay ຕຽນກວັນ, ຮາກຖານອາໄສຊຸມຊົນຢູ່ບ້ານ ບໍ໊, ຕາແສງ ຈ່ຽງອານ ໄດ້ກາຍເປັນສະຖານທີ່ແວ່ຢາມຂອງນັກທ່ອງທ່ຽວຫຼາຍຄົນຢູ່ພາຍໃນ, ນອກແຂວງ ເມື່ອມາຢ້ຽມຢາມ, ທ່ອງທ່ຽວຢູ່ນະຄອນ ເຊີນລາ. ທ່ານ ລູ່ຕຽນກວນ, ເຈົ້າຂອງຮາກຖານ homestay ເຊິ່ງແມ່ນຊາວເຜົ່າຜູ້ໄທ ແບ່ງປັນວ່າ:
        ຄວາມປາດຖະໜາຂອງຂ້າພະເຈົ້າແມ່ນຮັກສາ ແລະ ໂຄສະນາເຜີຍແຜ່ບັນດາຮີດຄອງປະເພນີຂອງຊົນເຜົ່າຕົນ. ຊົນເຜົ່າຜູ້ ໄທ ມີຊື່ສຽງກ່ຽວກັບດ້ານອາຫານການກິນ. ພວກຂ້າພະເຈົ້າປາດຖະໜາຢາກສະສົມສືບຕໍ່ຮັກສາອາຫານການກິນພື້ນເມືອງໃນເມື່ອກ່ອນເຊິ່ງປູ່ຍ່າຕາຍາຍປະໄວໃຫ້. ແລະ ນັກທ່ອງທ່ຽວກໍ່ເພິງພໍໃຈ ແລະ ຢາກກິນບັນດາເຍື່ອງອາຫານພື້ນເມືອງນັ້ນອີກ.”
ຊົນເຜົ່າຜູ້ ໄທ ມີຊື່ສຽງກ່ຽວກັບດ້ານອາຫານການກິນ
      ໃນຄວາມມານະພະຍາຍາມຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳຊົນເຜົ່າ, ປະຈຸບັນ, ນອກຈາກຮັກສາງານບຸນ “ລະດູດອກສ້ຽວປ່າ”, “ງານບຸນລະດູບານໃໝ່ຖະຫວາຍແດ່ ເພິ່ນ”, ງານມະໂຫລານສິລະປະມະຫາຊົນ ໄດ້ຈັດຂຶ້ນແຕ່ລະປີໃນເງື່ອນໄຂທີ່ບໍ່ເກີດໂລກລະບາດໂຄວິດ-19, ທາງນະຄອນ ເຊິນລາ ໄດ້ປຸກລະດົມການນຸ່ງຊຸດປະຈຳເຜົ່າໃນວັນຈັນແຕ່ລະທິດເມື່ອໄປຫ້ອງການ, ໂຮງຮຽນສຳລັບພະນັກງານ, ພາລະກອນ, ລັດຖະກອນ, ຄູອາຈານ ແລະ ນັກຮຽນຢູ່ບັນດາໂຮງຮຽນ ເຊີ່ງໄດ້ຮັບການສະໜັບສະໜູນເປັນຈຳນວນຫຼວງຫຼາຍຈາກບັນດາພາກສ່ວນດັ່ງກ່າວ. ທາງນະຄອນກໍໄດ້ໜູນຊ່ວຍ 7 ຄອບຄົວຢູ່ບັນດາບ້ານ ສ້າງພື້ນຖານການທ່ອງທ່ຽວຊຸມຊົນ ທັງຮັບແຂກມາຢ້ຽມຢາມ, ຜັກຜ່ອນ, ທັງໄດ້ເຂົ້າຮ່ວມພຶດຕິກຳຕົວຈິງບັນດາຈຸດວັດທະນະທຳຂອງຊາວເຜົ່າຜູ້ໄທ. ເລື່ອງຮັກສາການເຄື່ອນໄຫວຂອງບັນດາສະໂມສອນອະນຸລັກຮັກສາວັດທະນະທຳ ແລະ ກອງສະແດງສິລະປະມະຫາຊົນ 180 ທິມຢູ່ບັນດາໜ່ວຍ, ບ້ານໄດ້ກາຍເປັນແກ່ນສານຢ່າງແທ້ຈິງເພື່ອໂຄສະນາ, ເຜີຍແຜ່ບັນດາເພງພື້ນເມືອງ, ວາດຟ້ອນ ແຊວ່ ຜູ້ໄທ ບູຮານໃນປະຊາຊົນ.
            ໂດຍປະຕິບັດແຜນຮ່າງກ່ຽວກັບການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະນຳບັນດາເຜົ່ານະຄອນ ເຊີນລາ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ເຂດອະນຸພາກພື້ນຕາເວັນຕົກສ່ຽງເໜືອ ໄລຍະ 2020 – 2025, ນະຄອນເຊີນລາ ສູ້ຊົນສ້າງໄດ້ 11 ສະໂມສອນ ວັດທະນະທຳຜູ້ໄທ ແລະ ຮັກສາການເຄື່ອນໄຫວທີ່ເປັນປົກກະຕິຂອງ 100% ບັນດາກຸ່ມສິລະປະບ້ານ ເພື່ອເປັນຫຼັກແຫຼ່ງໃນການຟື້ນຟູ, ຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ. ພ້ອມທັງຍົກສູງຄຸນນະພາບການເຄື່ອນໄຫວຂະບວນການ “ທົ່ວປວງຊົນສາມັກຄີກັນສ້າງການດຳລົງຊີວິດວັດທະນະທຳ”, ຕິດພັນກັບການຮັກສາ, ເສີມຂະຫຍາຍບັນດາມູນຄ່າວັດທະນະທຳຊົນຊາດ, ສ້າງສະພາບແວດລ້ອມນະຄອນແຫ່ງສີວິໄລ, ເປັນມິດ, ຮັກແພງແຂກຄົນ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າຜູ້ໄທ. ທ່ານ ເຈິ່ນກົງຈິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນເຊີນລາ ໃຫ້ຮູ້ວ່າ:
        ພວກຂ້າພະເຈົ້າຈະສືບຕໍ່ຮັກສາ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງບັນດາກຸ່ມສິລະປະມະຫາຊົນຢູ່ບັນດາບ້ານ. ທີ 2, ສ້າງບັນດາສະໂມສອນອະນຸລັກຮັກສາວັດທະນະທຳຊົນເຜົ່າຜູ້ໄທ, ໃນສະເພາະໜ້າ ບັນດາຕາແສງ ທີ່ມີບ້ານຊົນເຜົ່າຜູ້ໄທ ຕ້ອງທົດລອງຈັດຕັ້ງ 1 ສະໂມສອນ. ທີ 3, ສຸມໃສ່ສ້າງຄອບຄົວວັດທະນະທຳ, ໝູ່ບ້ານວັດທະນະທຳ.”
        ຄວາມສຸມຈິດສຸມໃຈ, ຮ່ວມແຮງຮ່ວມໃຈຂອງອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນນະຄອນເຊີນລາແຕ່ລະຄົນ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອຂອງບັນດາຊົນເຜົ່າຢູ່ນະຄອນນີ້.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top