• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຂີດໝາຍພົ້ນເດັ່ນທີ່ໃນບັ້ນເຄື່ອນໄຫວເຮັດວຽກຄັ້ງທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ທີ່ບັ້ນເຮັດວຽກນີ້, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2024.
ບັ້ນເຄື່ອນໄຫວເຮັດວຽກຄັ້ງທີ 1, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ (ພາບ: quochoi.vn)

ພາຍຫຼັງດຳເນີນເປັນເວລາ 18 ວັນ, ບັ້ນເຄື່ອນໄຫວເຮັດວຽກຄັ້ງທີ 1, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດລົງໃນທ້າຍອາທິດຜ່ານມາດ້ວຍບັນດາໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ, ໄດ້ຮັບການຕີລາຄາສູງຈາກສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ບັນດາໝາກຜົນທີ່ບັນລຸໄດ້ໃນຄັ້ງນີ້ ໄດ້ສ້າງເງື່ອນໄຂເພື່ອໃຫ້ສະພາແຫ່ງຊາດສ້າງບັນດາເນື້ອໃນລາຍການທີ່ໄດ້ວາງອອກໃຫ້ສົມບູນແບບ, ນັບທັງການສ້າງກົດໝາຍ, ບັນດາບັນຫາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ການຕິດຕາມກວດກາ ແລະ ບັນດາບັນຫາສຳຄັນອື່ນໆ.

ບັ້ນເຄື່ອນໄຫວເຮັດວຽກຄັ້ງທີ 1, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ດຳເນີນແຕ່ວັນທີ 20 ພຶດສະພາ ຫາວັນທີ 08 ມິຖຸນາ, ໄດ້ພິຈາລະນາ, ຕົກລົງຫຼາຍເນື້ອໃນສຳຄັນຂອງປະເທດຊາດ, ຄື: ບູລະນະວຽກງານບຸກຄະລາກອນໃຫ້ສົມບູນແບບ, ບັນດາວາລະຖັກຖາມ ແລະ ຕອບຄຳຊັກຖາມໄປຕົງເຂົ້າບັນດາບັນຫາກ່ຽວຂ້ອງເຖິງຫຼາຍຂົງເຂດ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍນັບ 10 ສະບັບ.

ບູລະນະວຽກງານບຸກຄະລາກອນ

ໃນຊຸມມື້ທຳອິດຂອງບັ້ນເຄື່ອນໄຫວເຮັດວຽກຄັ້ງທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໄດ້ດຳເນີນວຽກງານບຸກຄະລາກອນ.

ດ້ວຍເລື່ອງພິຈາລະນາ, ປຶກສາຫາລືຢ່າງລະອຽດ, ສະພາແຫ່ງຊາດໄດ້ເລືອກຕັ້ງປະທານປະເທດ, ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ; ໃຫ້ສັດຕະຍາບັນຮອງນາຍົກລັດຖະມົນຕີ. ພ້ອມກັນນັ້ນ, ສະພາແຫ່ງຊາດກໍ່ໃຫ້ສັດຕະຍາບັນການພົ້ນຕຳແໜ່ງ ແລະ ໃຫ້ສັດຕະຍາບັນ, ແຕ່ງຕັ້ງຕຳແໜ່ງລັດຖະມົນຕີກະຊວງຕຳຫຼວດ ອາຍຸການ 2021 – 2026. ນີ້ແມ່ນບັນດາຂີດໝາຍພົ້ນເດັ່ນທີ່ສຸດໃນບັ້ນທີ 1 ຂອງກອງປະຊຸມນີ້, ເຊິ່ງໄດ້ຮັບຄວາມສົນໃຈຈາກປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດເປັນຈຳນວນຫຼວງຫຼາຍ. ທ່ານນາງ ຫງວຽນທິຊຶວ, ສະມາຊິກສະພາແຫ່ງຊາດແຂວງ ເທື່ອທຽນ - ເຫ້ວ, ໃຫ້ຂໍ້ສັງເກດວ່າ:

“ທຸກການຄາດຄະເນຕຳແໜ່ງບຸກຄະລາກອນລ້ວນແຕ່ໄດ້ດຳເນີນຢ່າງປະສົບຜົນສຳເລັດ, ກວມເອົາອັດຕາບັດເລືອກຕັ້ງສູງ. ສິ່ງນັ້ນສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຄວາມເຫັນດີເຫັນພ້ອມຂອງສະມາຊິກສະພາແຫ່ງຊາດ. ທີ 2, ສິ່ງດັ່ງກ່າວເປັນການຢັ້ງຢືນທີ່ວ່າ ເມື່ອໄດ້ນຳເຂົ້າບັນຊີເລືອກຕັ້ງ, ໃຫ້ສັດຕະຍາບັນ ຫຼື ເລືອກຕັ້ງແມ່ນໃກ້ຊິດຕິດແທດກັບຕົວຈິງ, ນັບທັງດ້ານຄວາມຮູ້, ຄຸນສົມບັດ, ກຳລັງຄວາມສາມາດນຳພາ ແລະ ບົດຮຽນປະສົບການຂອງບັນດາບຸກຄະລາກອນທີ່ໄດ້ຄັດເລືອກ”.

ທີ່ບັ້ນເຮັດວຽກນີ້, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2024. ບັນດາສະມາຊິກສະພາແຫ່ງຊາດໄດ້ນຳສະເໜີຫຼາຍມາດຕະການແກ້ໄຂເພື່ອຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ປັບປຸງຕະຫຼາດເງິນຕາ, ຟື້ນຟູການຜະລິດ, ດຳເນີນທຸລະກິດ, ການເຄື່ອນໄຫວຂອງວິສາຫະກິດ, ສ້າງວຽກເຮັດງານທຳ…

ຕອບຄຳຊັກຖາມຢ່າງກົງໄປກົງມາ

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງບັນດາວາລະຊັກຖາມ, ຕອບຄຳຊັກຖາມແມ່ນສຸມໃສ່ 4 ໝວດບັນຫາຂຶ້ນກັບບັນດາຂົງເຂດ, ຄື: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອຸດສາຫະກຳການຄ້າ, ການກວດສອບ, ວັດທະນະທຳ - ກິລາ ແລະ ທ່ອງທ່ຽວ. ບັນດາວາລະຊັກຖາມໄດ້ຖ່າຍທອດສົດຜ່ານໂທລະພາບ, ວິທະຍຸກະຈາຍສຽງ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕິດຕາມ. ທ່ານນາງ ມາຍທິເຟືອງຮວາ, ສະມາຊິກສະພາແຫ່ງຊາດແຂວງ ນາມດິ້ງ, ສະແດງຄວາມເຫັນວ່າ:

“ພວກຂ້າພະເຈົ້າຕີລາຄາສູງການຊັກຖາມ, ຕອບຄຳຊັກຖາມຂອງລັດຖະມົນຕີ 4 ທ່ານ ແລະ ຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ. ບັນດາຄຳຊັກຖາມກໍ່ກົງໄປກົງມາ ແລະ ພິເສດແມ່ນເປັນຄັ້ງທຳອິດທີ່ມີບັນດາລັດຖະມົນຕີຕອບຄຳຊັກຖາມ, ຄື ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດັ້ງກວກແຄງ, ແຕ່ກໍ່ກຳແໜ້ນບັນຫາໄດ້, ຕອບຄຳຊັກຖາມຖືກຈຸດສຸມ, ຍົກອອກຫຼາຍມາດຕະການແກ້ໄຂເພື່ອແກ້ໄຂບັນຫາເຊິ່ງບັນດາສະມາຊິກສະພາແຫ່ງຊາດຍົກອອກມາ”.

ບົດບາດບໍລິຫານຂອງທ່ານປະທານສະພາແຫ່ງຊາດຄົນໃໝ່ ເຈິ່ນແທັງເໝີນ ກໍ່ປະກອບສ່ວນສ້າງປະສິດທິຜົນຂອງວາລະຊັກຖາມຄັ້ງນີ້, ເມື່ອມີເນື້ອໃນຈຳນວນໜຶ່ງທີ່ຫຍຸ້ງຍາກ, ສັບສົນຂຶ້ນກັບຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໃນເວລາດຽວກັນ.

ໃນບັ້ນທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ກໍ່ປຶກສາຫາລືລະອຽດກ່ຽວກັບຮ່າງກົດໝາຍ ແລະ ບົດລາຍງານການຕິດຕາມກວດກາ 14 ສະບັບ. ທ່ານ ເຈືອງຊວັນກື, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຖືວ່າ:

 “ບັນດາຄຳເຫັນປະກອບຂອງສະມາຊິກສະພາແຫ່ງຊາດແມ່ນມີຄວາມຮັບຜິດຊອບທີ່ສຸດ, ມີການກະກຽມຢ່າງລະອຽດ, ລົງເລິກ ແລະ ໄດ້ສະແດງຄວາມເຫັນຂອງຕົນ. ຜ່ານນັ້ນກໍ່ໄດ້ເຫັນວ່າ, ບັນດາສະມາຊິກສະພາແຫ່ງຊາດກຳແໜ້ນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໄດ້ເປັນຢ່າງດີ, ກໍຄືກຳແໜ້ນສະພາບການຕົວຈິງໃນປະຈຸບັນ ເພື່ອປຶກສາຫາລືຢ່າງແທດຈິງ ແລະ ບັນລຸປະສິດທິຜົນ”.

ໃນບັ້ນເຮັດວຽກທີ 1 ຂອງກອງປະຊຸມຄັ້ງນີ້, ສະພາແຫ່ງຊາດກໍ່ຮັບຟັງການອະພິປາຍໃບສະເໜີ ແລະ ບົດລາຍງານກວດກາເລື່ອງໃຫ້ສັດຕະຍາບັນເອກະສານເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຂອງລາຊະອານາຈັກອັງກິດ ແລະ ອຽກລັງເໜືອ.

ບັນດາໝາກຜົນທີ່ບັນລຸໄດ້ໃນບັ້ນເຮັດວຽກທີ 1, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໄດ້ປະກອບສ່ວນສ້າງພື້ນຖານໃຫ້ແກ່ຜົນສຳເລັດຂອງທັງສະໄໝປະຊຸມ, ຈາກນັ້ນ, ກໍ່ວາງນະໂຍບາຍຊີ້ຂາດ, ລະບອບລະບຽບການທີ່ມີລັກສະນະບຸກທະລຸ, ປະກອບສ່ວນປະຕິບັດບັນດາການເຄື່ອນໄຫວຂອງສະພາແຫ່ງຊາດໃນວຽກງານສ້າງກົດໝາຍ, ຕິດຕາມກວດກາ ແລະ ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດໃຫ້ສົບບູນແບບດ້ວຍໝາກຜົນສູງສຸດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຕອນບ່າຍວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB).

Top