• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງການພົວພັນທາງການທູດລະຫວ່າງ ຫວຽດນາມ - ກູບາ ຄົບຮອບ 60 ປີ

ອຳນາດການປົກຄອງນະຄອນພ້ອມແລ້ວທີ່ຈະສະໜັບສະໜູນ, ໜູນຊ່ວຍບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.

 ທີ່ການຕ້ອນຮັບ (ພາບ: TTXVN)

ວັນທີ 13 ກຸມພາ, ທີ່ການຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໄດ້ຢັ້ງຢືນວ່າ: ອຳນາດການປົກຄອງນະຄອນພ້ອມແລ້ວທີ່ຈະສະໜັບສະໜູນ, ໜູນຊ່ວຍບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ; ພ້ອມທັງສະເໜີຈັດຕັ້ງງານວາງສະແດງບັນດາຮູບຖ່າຍດີເດັ່ນໃນການພົວພັນລະຫວ່າງ ຫວຽດນາມ ແລະ ກູບາ, ເພື່ອໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ສະໜິດຕິດພັນມີມາແຕ່ດົນນານນີ້ຕື່ມອີກ.

        ສ່ວນທ່ານນາງເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Lianys Torres Rivera ໃຫ້ຮູ້ວ່າ: ນະຄອນຫລວງ ຮ່າໂນ້ຍ ແມ່ນສະຖານທີ່ໃຈກາງ ເພື່ອຈັດຕັ້ວບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (02/12/1960 – 02/12/2020).

(ແຫຼ່ງຄັດຈາກ VOV)

ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສືບຕໍ່ສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານການໂຄສະນາ, ສຶກສາອົບຮົບທາງດ້ານປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດໃຫ້ມີປະສິດທິຜົນ.

Top