• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຍາກາດຕ້ອນຮັບວັນບຸນ ຄຼິດສະມາດ ເຕັມໄປດ້ວຍຄວາມສະຫງົບສຸກ ຢູ່ທຸກແຖບຖິ່ນຂອງປະເທດຊາດ

ຢູ່ນະຄອນໂຮ່ຈີມິນ, ຢູ່ບັນດາສະຖານທີີ່ຄື: ຖະໜົນທາງຍ່າງ ຫງວຽນເຫວະ, ໂບດ ດຶກບ່າ, ສູນການຄ້າ ມີປະຊາຊົນເຕົ້າໂຮມ, ຖ່າຍຮູບ, ລະຫຼິ້ນ ແລະ ທຳພິທີຢູ່ໂບດເປັນຈຳນວນຫຼວງຫຼາຍ.

ຕອນຄ່ຳວັນທີ 24 ທັນວາ, ປະຊາຊົນ, ແຂກທ່ອງທ່ຽວຫຼາຍຄົນໄດ້ເຕົ້າໂຮມຢູ່ບັນດາໂບດ, ສະຖານທີ່ລະຫຼິ້ນບັນເທິງ ໃນໃຈກາງນະຄອນຫຼວງ ຮ່າໂນ້ຍ ເພື່ອຕ້ອນຮັບ ວັນບຸນ ຄຼິດສະມາດ. ໃນຖະໜົນສາຍຕ່າງໆ ຂອງນະຄອນ ໄດ້ປະດັບປະດາດອກໄຟແສງສີທີ່ສວຍງາມຫຼາກຫຼາຍ. ພິເສດ, ຢູ່ບັນດາສະຖານທີ່ມີໂບດໃຫຍ່ຄື: ໂບດໃຫຍ່ ຮ່າໂນ້ຍ, ໂບດ ຮ່າມລອງ… ໄດ້ປະດັບປະດາດ້ວຍຖ້ຳ, ຕົ້ນແປກ ເຫຼື້ອມໃສລະຍິບລະຍັບດ້ວຍສີສັນຫຼາກຫຼາຍ, ງາມຕາ. ປະຊາຊົນ, ພິເສດແມ່ນບັນດາຄອບຄົວ, ໄວໜຸ່ມໄດ້ເຕົ້າໂຮມຢູ່ບັນດາໂບດ, ຄຸ້ມບ້ານຊາວຄຼິດ ເພື່ອຢ້ຽມຊົມ, check in ເນື່ອງໃນໂອກາດນີ້. ເອື້ອຍ ຫງວຽນທິທູ, ຊາວ ຮ່າໂນ້ຍ ພ້ອມກັບຄອບຄົວໄດ້ໄປຫຼິ້ນຢູ່ ໂບດໃຫຍ່ ຮ່າໂນ້ຍ ໄດ້ແບ່ງປັນວ່າ:    

“ວັນບຸນ ຄຼິດສະມາດ ມີຄວາມໝາຍອົບອຸ່ນ ແລະ ຄວາມເບີກບານມ່ວນຊື່ນຂອງປີໃໝ່ທີ່ໃກ້ຈະວຽນມາ. ຂ້າພະເຈົ້າພາລູກໆມາແຫ່ງນີ້ ເພື່ອໄດ້ເຊື່ອມຕົວກັບບັນຍາກາດ, ເພື່ອໄດ້ເຫັນປະຈັກຕາບັນຍາກາດທີ່ມ່ວນຊື່ນໃນວັນບຸນນີ້”.   

ຢູ່ນະຄອນໂຮ່ຈີມິນ, ຢູ່ບັນດາສະຖານທີີ່ຄື: ຖະໜົນທາງຍ່າງ ຫງວຽນເຫວະ, ໂບດ ດຶກບ່າ, ສູນການຄ້າ ມີປະຊາຊົນເຕົ້າໂຮມ, ຖ່າຍຮູບ, ລະຫຼິ້ນ ແລະ ທຳພິທີຢູ່ໂບດເປັນຈຳນວນຫຼວງຫຼາຍ.

ໃນຂະນະນັ້ນ, ຢູ່ບັນດາເຂດ ໄຕງວຽນ, ຢູ່ແຂວງກອນຕຸມ, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດ ກໍ່ມີຄວາມຄຶກຄື້ນ ເຖິງວ່າ ອາກາດຈະຂ້ອນຂ້າງໜາວກໍ່ຕາມ.

(ແຫຼ່ງຄັດຈາກ VOV)

IMF ກ່າວເຕືອນວ່າການປະທະກັນລະຫວ່າງ Houthi ແລະ ຊາອຸດິອາຣາເບຍ ອາດຈະສົ່ງຜົນກະທົບທົ່ວໂລກ

IMF ກ່າວເຕືອນວ່າການປະທະກັນລະຫວ່າງ Houthi ແລະ ຊາອຸດິອາຣາເບຍ ອາດຈະສົ່ງຜົນກະທົບທົ່ວໂລກ

ນາງ Georgieva ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວໃນສະພາບການການປະທະກັນລະຫວ່າງກຸ່ມພັນທະມິດໂດຍ ຊາອຸດິອາຣາເບຍ ນຳໜ້າ ແລະ ກຳລັງ Houthi ຢູ່ ເຢແມນ ໃນຊຸມມື້ຜ່ານມາໄດ້ເກີດຂຶ້ນຢ່າງຮ້າຍແຮງ

Top