• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັງ​ກະ​ລາ​ເທດ ຍົກ​ເລີກ​ໄອ​ຍະ​ການ​ເສິກ ແລະ​ເປີດ​ປະ​ຕູ​ໂຮງ​ຮຽນ, ຮາ​ກ​ຖານ​ດຳ​ເນີນ​ທຸ​ລະ​ກິດ​ຄືນ​ໃຫມ່

ຮຸ່ງເຊົ້າວັນທີ 6 ສິງຫາ, ພາຍຫລັງ 2-3 ຊົ່ງໂມງຂຶ້ນກຳອຳນາດ, ກອງທັບ ບັງກະລາເທດ ໃຫ້ຮູ້ວ່າ: ໄດ້ຍົກເລີກໄອຍະການເສິກ. ບັນດາຫ້ອງການສຳນັກງານ,ໂຮງຈັກໂຮງງານ,ໂຮງຮຽນ, ມະຫາວິທະຍາໄລ.. ໄດ້ເປີດປະຕູກັບຄືນສູ່ການເຄື່ອນໄຫວ ແຕ່ເວລາ 6 ໂມງ (00:00 GMT) ໃນຕອນເຊົ້າວັນທີ 6 ສິງຫາ.
ການແຫ່ຂະບວນປະທ້ວງເກີດຂຶ້ນຢູ່ Dhaka, ບັງກະລາເທດ (ພາບ: Getty Images/TTXVN)

ກ່ອນຫນ້ານັ້ນ, ຕອນບ່າຍວັນທີ 5 ສິງຫາ, ເຮືອບິນການທະຫານ C-130 ຂອງ ກອງທັບອາກາດ ບັງກະລາເທດ ຂົນສົ່ງທ່ານນາງ Sheikh Hasina ອະດີດນາຍົກລັດຖະມົນຕີປະເທດນີ້ ໄດ້ລົງຈອດຢູ່ຖານທີ່ໝັ້ນກອງທັບອາກາດ Hindon ຊານນະຄອນຫລວງ ນິວເດລີ, ອິນເດຍ. ກອງທັບອາກາດ ອິນເດຍ ໄດ້ຍົກລະດັບການກ່າວເຕືອນຢູ່ເຂດນ່ານຟ້າທາງທິດຕາເວັນອອກຂອງປະເທດນີ້ ທີ່ຕິດກັບ ບັງກະລາເທດ ເພື່ອລະມັດລະວັງການຜັນແປຮ້າຍແຮງທີ່ອາດຈະເກີດຂຶ້ນ. ການປ້ອງກັນຄວາມສະຫງົບກໍ່ໄດ້ເພີ່ມທະວີຢູ່ອ້ອມ ສະຖານທູດ ບັງກະລາເທດ ຢູ່ ນະຄອນຫລວງນິວເດລີ. ການບໍລິການລົດໄຟ ລວມທັງລົດໄຟໂດຍສານ ແລະ ລົດໄຟຂົນສົ່ງສິນຄ້າໄປຍັງເຂດຊາຍແດນຂອງບັງກະລາເທດ ລ້ວນແຕ່ຖືກຢຸດຕິ.

ຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ໄດ້ເປັນປະທານກອງປະຊຸມຄະນະລັດຖະບານ ເພື່ອປຶກສາຫາລືກ່ຽວກັບການຜັນແປດ້ານຄວາມສະຫງົບທີ່ພວມເກີດຂຶ້ນຢ່າງຮ້າຍແຮງຢູ່  ບັງກະລາເທດ ພ້ອມກັບບັນດາມາດຕະການຮັບມືຂອງ ອິນເດຍ.

ວັນທີ 5 ສິງຫາ, ຕໍ່ຫນ້າສະພາບການຢູ່ ບັງກະລາເທດ, ສະຫະພາບເອີລົບ ໄດ້ຮຽກຮ້ອງໃຫ້ມີວິວັດການມອບຮັບສິດອຳນາດ ໂດຍ “ມີຄວາມເປັນລະບຽບຮຽບຮ້ອຍ ແລະສັນຕິພາບ” ຢູ່ປະເທດນີ້.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top