• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນິງບິ່ງ-ສະຖານທີ່ທ່ອງທ່ຽວທີ່ປອດໄພໃນໄລຍະເກີດໂລກລະບາດໂຄວິດ-19

            ຍ້ອນໂລກລະບາດ ໂຄວິດ - 19 ມີການຜັນແປຢ່າງສັບສົນ, ແຂວງ ນິງບິ່ງ ໄດ້ຮຽກຮ້ອງໃຫ້ບັນດາເມືອງ, ວິສາຫະກິດ ບໍລິການທ່ອງທ່ຽວ ສືບຕໍ່ເພີ່ມທະວີວຽກງານ ສະກັດກັ້ນໂລກລະບາດຢູ່ບັນດາເຫດການເຄື່ອນໄຫວງານບຸນ ໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2021 ເຊິ່ງໃກ້ຈະຖືກຈັດຂຶ້ນໃນບໍລິເວນແຂວງ. ຂະແໜງທ່ອງທ່ຽວແຂວງ ນິງບິ່ງ ໄດ້ເປັນເຈົ້າການຜັນຂະຫຍາຍແຜນການຮັບປະກັນສະພາບລ້ອມການທ່ອງທ່ຽວທີ່ປອດໄພ ດ້ວຍການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການໃໝ່.
ການວັດແທກອຸນຫະພູມສຳລັບແຂກຢູ່ຕາມສະຖານທີ່ທ່ອງທ່ຽວ
      ສະພາບການໂລກລະບາດ ໂຄວິດ - 19  ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ ອັນໄດ້ສ້າງເງື່ອນໄຂເພື່ອໃຫ້ ແຂວງ ນິງບິ່ງ ເລີ່ມຟື້ນຟູບັນດາລາຍການທ່ອງທ່ຽວໃນບໍລິເວນ. ນັບແຕ່ມານີ້ ບັນດາເຂດທ່ອງທ່ຽວໃນບໍລິເວນແຂວງ ຄືເຂດທ່ອງທ່ຽວ ຕາມກົກ,  ບິ່ງດົ້ງ, ເຂດທ່ອງທ່ຽວທຳມະຊາດ ຈ່າງອານ, ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳ ກຸງເກົ່າຮວາລື, ວັດບ໋າຍດິງ.... ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ. ຢູ່ສະຖານທີ່ຕ້ອນຮັບແຂກທຸກໆແຫ່ງ, ພະແນກທ່ອງທ່ຽວແຂວງ ນິງບິ່ງ ໄດ້ຮຽກຮ້ອງໃຫ້ບັນດາການເຄື່ອນໄຫວ ປະຕິບັດການສີດຢາຂ້າເຊື້ອ,ແຈກຢາຍນ້ຳຢາຂ້າເຊື້ອ, ໃສ່ຜ້າອັດປາກ-ດັງ ຢູ່ຕາມບໍລິເວນເຂົ້າອອກ, ສະຖານທີ່ຂາຍປີ້, ຈັດແຈງແຂກລ້າງມືດ້ວຍສະບູ. ພ້ອມກັນນັ້ນ ກໍ່ວັດແທກອຸນຫະພູມຮ່າງກາຍໃຫ້ແກ່ແຂກທ່ອງທ່ຽວ, ບັນດາພະນັກງານ ພາລະກອນໄດ້ຕັກເຕືອນ ໃຫ້ແກ່ແຂກທ່ອງທ່ຽວ, ຜູ້ຂັບເຮືອຕ້ອງໃສ່ຜ້າອັດປາກ - ດັງ ແລະ ຮັກສາໄລຍະຫ່າງທີ່ປອດໄພຕາມລະບຽບການ. ນາງ ຫວຽນທິຮວາ ຢູ່ນະຄອນ ຮ່າໂນ້ຍ ມາທ່ຽວຊົມຢູ່ເຂດທ່ອງທ່ຽວ ຈ່າງອານ ໃຫ້ຮູ້ວ່າ :
     “ພວກຂ້າພະເຈົ້າ ໄດ້ຮັບການວັດແທກອຸນຫະພູມຮ່າງກາຍ ໄດ້ໃສ່ຜ້າອັດປາກ - ດັງ, ລ້າງມືດ້ວຍນ້ຳຢາຂ້າເຊື້ອ ແລະຮັກສາໄລຍຫ່າງທີ່ປອດໄພ ໃນຕະຫຼອດໄລຍະເວລາຢ້ຽມຊົມ. ຂ້າພະເຈົ້າເຫັນວ່າ ສະຖານທີ່ທ່ອງທ່ຽວແຫ່ງນີ້ ມີຄວາມປອດໄພ ໃນຍາມເກີດໂລກລະບາດ".
      ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ ເມື່ອຈຳນວນແຂກທ່ອງທ່ຽວມາທ່ອງທ່ຽວຢູ່ ນິງບິ່ງ ນັບມື້ນັບເພີ່ມຂຶ້ນ, ຄະນະຄຸ້ມຄອງເຂດທ່ອງທ່ຽວ ຈ່າງອານ ໄດ້ສົມທົບກັບບັນດາວິສາຫະກິດ ດຳເນີນທຸລະກິດທ່ອງທ່ຽວ, ສະຖານທີ່ພັກເຊົາ ເປັນເຈົ້າການກຳແໜ້ນສະພາບການຢູ່ຕາມ ສະຖານທີ່ເຕົ້າໂຮມຫຼາຍຄົນ ເພື່ອມີວິທີການແກ້ໄຂຢ່າງທັນການ. ທ່ານ ຟາມຊິແຄັ໊ງ ຮອງຫົວໜ້າຄະນະຄຸ້ມຄອງເຂດທ່ອງທ່ຽວ ຈ່າງອານ ໃຫ້ຮູ້ວ່າ:
     “ໂດຍໄດ້ຖອດຖອນບົດຮຽນຈາກສະຖານທີ່ທ່ອງທ່ຽວອື່ນໆຫຼາຍແຫ່ງ, ເມື່ອ ຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນ, ພວກຂ້າພະເຈົ້າກໍ່ໄດ້ມີວິທີຈັດແບ່ງທາງໄປມາ. ບົດຮຽນນີ້ກໍ່ໄດ້ຖືກຖອດຖອນມາແຕ່ 2019, ຂະນະທີ່ແຂກທ່ອງທ່ຽວມາທ່ຽວຊົມຢູ່ ຈ່າງອານ ຫຼາຍເກີນໄປ ກໍ່ຈະມີບັນດາວິທີການແກ້ໄຂໂຄສະນາຢູ່ຕາມຊ່ອງທາງຖະແຫຼງຂ່າວ ໂຄສະນາເຜີຍແຜ່ມໍລະດົກ, ການທ່ອງທ່ຽວ ຫຼື ໂຄສະນາໂດຍກົງຢູ່ຕາມບໍລິເວນທ່າເຮືອ,ຄິວລົດ ເຊິ່ງຈະສາມາດຈັດແບ່ງແຂກທ່ອງທ່ຽວເປັນຈຳນວນທີ່ເໝາະສົມ”.
      ສຳລັບບັນດາສະຖານທີ່ພັກເຊົາ, ພະແນກທ່ອງທ່ຽວແຂວງ ນິງບິ່ງ ໄດ້ໃຫ້ປະຕິບັດການແຈ້ງສຸຂະພາບ ຜ່ານລະບົບອິນເຕີເນັດ ຢ່າງເຂັ້ມງວດພ້ອມກັນນັ້ນ ກໍ່ແຈ້ງແຂກທ່ອງທ່ຽວມາພັກເຊົາໃນແຕ່ລະວັນໃຫ້ແກ່ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ເພື່ອຕິດຕາມ. ທ່ານ ດວ່ານມິງແທັ່ງ   ຮັກສາການຜູ້ອຳນວຍການບໍລິຫານໂຮງແຮມ ຮວ່າງເຊີນ ໃຫ້ຮູ້ວ່າ :
      "ທາງວິສາຫະກິດໄດ້ປະຕິບັດການສີດຢາຂ້າເຊື້ອເປັນປະຈຳໄລຍະໃນບໍລິເວນທັງໝົດ ຢູ່ໂຮງແຮມ ແລະ ສະເໜີພະນັກງານ ພາລະກອນ ຕ້ອງໃສ່ຜ້າອັດປາກ - ດັງ ແລະ ລ້າງມືຂ້າເຊື້ອກ່ອນທີ່ຈະເຂົ້າໂຮງແຮມ. ແຂກທ່ອງທ່ຽວ ຕ້ອງແຈ້ງສະຖານທີ່, ເບີໂທລະສັບຂອງຕົນ”.
      ຂະແໜງສາທາລະສຸກແຂວງ ນິງບິ່ງ ກໍ່ຍັງສົມທົບກັບຂະແໜງທ່ອງທ່ຽວ ແລະ ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງການປ້ອງກັນໂລກລະບາດຢູ່ຕາມສະຖານທີ່ທ່ອງທ່ຽວ; ຕິດຕາມອາການສຸຂະພາບຂອງແຂກທ່ອງທ່ຽວ ແລະ ຜູ້ອອກແຮງງານຢ່າງເປັນປະຈຳ. ທ່ານ ຫວູແມັ້ງເຢືອງ ຫົວໜ້າພະແນກສາທາລະນະສຸກແຂວງ ນິງບິ່ງ ໃຫ້ຮູ້ວ່າ:
       “ຕ້ອງຊີ້ນຳບັນດາຂະແໜງການຕ່າງໆ ແລະ ພິເສດຢູ່ບັນດາສະຖານທີ່ທ່ອງທ່ຽວຕ້ອງປະຕິບັດການໃສ່ຜ້າອັດປາກ - ດັງ, ຂ້າເຊື້ອ, ຮັກສາໄລຍະຫ່າງ, ແຈ້ງສຸຂະພາບ ແລະ ບໍ່ເຕົ້າໂຮມກັນຫຼາຍຄົນ”.
         ນິງບິ່ງ ແມ່ນທ້ອງຖິ່ນມີປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ,ທິວທັດທຳມະຊາດທີ່ລືຊື່ຫຼາຍແຫ່ງ. ການປະຕິບັດວຽກງານການປ້ອງກັນ ຕ້ານໂລກລະບາດ ໂຄວິດ - 19 ຢູ່ຕາມສະຖານທີ່ທ່ອງທ່ຽວຢ່າງເຂັ້ມງວດ ຈະປະກອບສ່ວນກໍ່ສ້າງແຂວງ ນິງບິ່ງ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນສະກັດກັ້ນໂລກລະບາດ ທັງພັດທະນາເສດຖະກິດສັງຄົມ.
(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top