• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.
Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ

ນີ້ແມ່ນໂອກາດເພື່ອໃຫ້ ໝູ່ກາງຈາຍ ສືບຕໍ່ໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄວາມງາມຂອງທິວທັດທຳມະຊາດ ແລະ ສີສັນວັດທະນະທຳທີ່ເປັນເອກະລັກຂອງເຂດດິນແດນແຫ່ງນີ້ເຖິງເພື່ອນມິດສາກົນ, ແຂກທ່ອງທ່ຽວພາຍໃນ ແລະ ນອກແຂວງ. ນີ້ແມ່ນພື້ນຖານສຳຄັນເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ຍືນຍົງຂອງໝູ່ກາງຈາຍ ແລະ ບັນດາທ້ອງຖິ່ນໃກ້ຄຽງໃນໄລຍະໃໝ່. ທ່ານ ຫງວຽນເຖແອັງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ຜ່ານວິທະຍຸ, ໜັງສືພິມ ຂ້າພະເຈົ້າຈຶ່ງຮູ້ວ່າ ງານບຸນດອກຄາຍປ່າພວມຈັດຂຶ້ນຢູ່ ໝູ່ກາງຈາຍ ແລະ ຂ້າພະເຈົ້າມານີ້ ເພື່ອຢ້ຽມຊົມ ແລະ ລົງຕົວຈິງ. ຂ້າພະເຈົ້າຮູ້ສຶກວ່າມີຄວາມເອກອ້າງທະນົງໃຈ ແລະ ຕື້ນຕັນໃຈທີ່ສຸດ  ເມື່ອເຫັນບັນດາງານບຸນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຍາມໃດກໍໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ລົງຕົວຈິງ. ແລະ ເມື່ອມານີ້, ພວກຂ້າພະເຈົ້າໄດ້ຮັບຊົມຄວາມງາມຂອງດອກຄາຍປ່າ ເຊິ່ງພວມເບັ່ງບານອວດສີສັນຢູ່ທົ່ວເຂດພາກເໜືອຕາເວັນຕົກຂອງ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top