• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ເຄື່ອງ​ໝາຍ ຮັງ​ນົກ​ແອ່ນ​ແຄ້ງ​ຮ່​ວາ ບືນ​ຕົວ​ຂຶ້ນ​ອອກ​ສູ່​ໂລກ

ຂະແໜງຮັງນົກແອ່ນ ຫວຽດນາມ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາຂະແໜງອາຊີບທີ່ນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງທີ່ສຸດ. ປັດຈຸບັນໃນທົ່ວປະເທດ ມີ 42/63 ແຂວງນະຄອນລ້ຽງນົກແອ່ນ. ແຕ່ລະປີ ບັນດາບໍລິສັດລ້ຽງນົກແອ່ນ ໄດ້ຜະລິດອອກ ຜະລິດຕະພັນນັບຮ້ອຍໂຕນ ດ້ວຍມູນຄ່າເກືອບ 500 ລ້ານ USD. ນອກຈາກການຮັບໃຊ້ຕະຫຼາດພາຍໃນປະເທດ, ຜະລິດຕະພັນຮັງນົກແອ່ນ ຫວຽດນາມ ກໍ່ໄດ້ສົ່ງອອກໄປຍັງບາງປະເທດ ແລະ ຄ່ອຍໆພິຊິດບັນດາຕະຫຼາດມາດຕະຖານສູງ” ໃນທົ່ວໂລກ.
ບໍລິສັດຫຸ້ນສ່ວນ ນ້ຳຮັ່ງນົກແອ່ນ ແຄ້ງຮ່ວາ Sanvinest ສົ່ງອອກຜະລິດຕະພັນຮັງນົກແອ່ນໄປຍັງຕະຫຼາດຈີນ ຢ່າງເປັນທາງການ (ພາບ: nhandan.vn)

ເດືອນພະຈິກ 2023, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ເຈລະຈາກັບກົມໃຫຍ່ພາສີ ຈີນ ກ່ຽວກັບອະນຸສັນຍາສົ່ງອອກຮັງນົກແອ່ນໄປຍັງຕະຫຼາດຈີນຢ່າງເປັນທາງການ. ບໍລິສັດຮັງນົກແອ່ນ ແຄ້ງຮ່ວາ ແມ່ນໜຶ່ງໃນບັນດາຫົວໜ່ວຍທຳອິດທີ່ໄດ້ຮັບການອະນຸຍາດສົ່ງອອກໄປຍັງຕະຫຼາດນີ້ຢ່າງເປັນທາງການ. ພ້ອມກັບການສົ່ງອອກໄປຍັງຕະຫຼາດຈີນ, ບໍລິສັດກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການສົ່ງອອກໄປຍັງບັນດາປະເທດ, ບັນດາຕະຫຼາດທີ່ມີອິດທິພົນຊື່ສຽງ ແລະ ມີມາດຕະຖານຢ່າງເຄັ່ງຄັດຄື: ອາເມລິກາ, ອົດສະຕາລີ, ການາດາ… ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ຮັງນົກແອ່ນ ແຄ້ງຮ່ວາ ໄດ້ຮັບການຕີລາຄາແມ່ນຜະລິດຕະພັນທີ່ມີຄຸນນະພາບສູງແຖວໜ້າໂລກ, ບັນລຸເຄື່ອງໝາຍແຫ່ງຊາດເປັນ 3 ຄັ້ງລຽນຕິດ, 20 ປີຢ່າງລຽນຕິດທີ່ຜູ້ບໍລິໂພກເລືອກເປັນສິນຄ້າ ຫວຽດນາມທີ່ມີຄຸນນະພາບສູງ ແລະ ມີຄວາມເປັນກຽດບັນລຸລະດັບສະຖິຕິອາຊີແມ່ນຂອງຕ້ອນຂອງຝາກທີ່ເປັນເອກະລັກພິເສດຂອງແຂວງແຄ້ງຮ່ວາ. ທ່ານນາງ ຈິງທິຮົ່ງເວິນ, ປະທານສະພາສະມາຊິກ ບໍລິສັດ ຮັງນົກແອ່ນແຄ້ງຮ່ວາ ຈຳກັດຜູ້ດຽວໃຫ້ຮູ້ວ່າ:

ສຳລັບບັນດາຕະຫຼາດຕ້ອງການມາດຕະຖານສູງຄື: ອາເມລິກາ, ອົດສະຕາລີ, ການາດາ ເຊິ່ງແມ່ນສະຖານທີ່ມີຮົ້ວກີດຂວາງທາງການຄ້າໃນການຄວບຄຸມເຕັກນິກກ່ຽວກັບເຕັກໂນໂລຢີປຸງແຕ່ງຢ່າງລະອຽດ, ພວກຂ້າພະເຈົ້າລ້ວນແຕ່ຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການຂອງເຂົາເຈົ້າ. ໂດຍສະເພາະສຳລັບຕະຫຼາດຈີນ, ນີ້ແມ່ນໜຶ່ງໃນບັນດາຕະຫຼາດມີຄວາມເຂົ້າໃຈທີ່ສຸດສຳລັບຮັງນົກແອ່ນ, ດັ່ງນັ້ນ, ບັນດາຮົ້ວກີດຂວາງດ້ານເຕັກນິກມີຄວາມແຕກຕ່າງກັນກັບບັນດາປະເທດຢູ່ ເອີລົບ, ອາເມລິກາ. ຍ້ອນມີການໜູນຊ່ວຍຈາກບັນດາກະຊວງ, ຂະແໜງການ ແລະ ຂັ້ນຕອນຜະລິດຕະທີ່ຮັບປະກັນຄຸນນະພາບ, ບໍລິສັດພວກຂ້າພະເຈົ້າກໍ່ໄດ້ຜ່ານຜ່າບັນດາຮົ້ວກີດຂວາງ ດ້ານເຕັກນິກນັ້ນ ແລະ ໄດ້ປະຕິບັດສຳເລັດການສົ່ງອອກໄປຍັງຕະຫຼາດຈີນ.

ຜົນສຳເລັດນີ້ໄດ້ເປີດຕະຫຼາດສົ່ງອອກໃຫຍ່, ມີຄວາມສາມາດບົ່ມຊ້ອນ, ນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງໃຫ້ແກ່ບໍລິສັດ ຮັງນົກແອ່ນ ແຄ້ງຮ່ວາ. ໂດຍສືບຕໍ່ບັນດາຜົນສຳເລັດກ່ອນນັ້ນ, ປີ 2024ຜະລິດຕະພັນນ້ຳຮັງນົກແອ່ນ Sannest ຂອງວິສາຫະກິດໄດ້ປະຕິບັດສຳເລັດການສົ່ງອອກໄປຍັງບັນດາຕະຫຼາດໃໝ່ຄື:ສ.ເຊັກໂກ, ລາຊະອານາຈັກ ອັງກິດ, ໄທ, ນິວຊີແລນ. ເພື່ອພິຊິດຕະຫຼາດຕ່າງປະເທດ, ທາງບໍລິສັດ ຮັງນົກແອ່ນແຄ້ງຮ່ວາ ໄດ້ກຳນົດຍຸດທະສາດພັດທະນາແບບຍືນຍົງແມ່ນເອົາໃຈໃສ່ເປັນພິເສດເຖິງການຜະລິດບັນດາຜະລິດຕະພັນຮັງນົກແອ່ນລະດັບສູງບຳລຸງສຸຂະພາບໃນວົງຄະນະຍາດ. ໃນນັ້ນ, ຄຸນຄ່າຫຼັກແມ່ນ ຄຸນນະພາບຂອງຜະລິດຕະພັນ. ທ່ານນາງ ຟານທິຢາງ, ຮອງຜູ້ອຳນວຍການ ຜູ້ປະຈຳການບໍລິສັດຫຸ້ນສ່ວນ NGK ຮັງນົກແອ່ນ ແຄ້ງຮ່ວາ, ຫົວໜ່ວຍສະມາຊິກຂອງບໍລິສັດ ຮັງນົກແອ່ນແຄ້ງຮ່ວາໃຫ້ຮູ້ວ່າ:

ດ້ວຍຜະລິດຕະພັນນ້ຳຮັງນົກແອ່ນກ່ວາ 20 ຊະນິດ, ຮັງນົກແອ່ນມີເຄື່ອງໝາຍ Sannest, Sanvinet ແມ່ນໝາກຜົນຂອງວິວັດການຄົ້ນຄ້ວາ, ໝູນໃຊ້ວິທະຍາສາດຂອງບໍລິສັດ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ລົງທຶນຢ່າງແຮງເຂົ້າວຽກງານພັດທະນາຜະລິດຕະພັນ, ຈັດຕັ້ງຫຼາຍແຜນການວິທະຍາສາດລະດັບແຂວງ, ລະດັບຊາດກ່ຽວກັບຮັງນົກແອ່ນ.

ທ່ານນາງ ຈິງທິຮົ່ງເວິນ, ປະທານສະພາສະມາຊິກ ບໍລິສັດ ຮັງນົກແອ່ນແຄ້ງຮ່ວາ ຈຳກັດຜູ້ດຽວ (ພາບ: sggp.org.vn)

ພ້ອມກັນນັ້ນ, ເພື່ອຍົກສູງຄຸນນະພາບຜະລິດຕະພັນ, ວິສາຫະກິດກໍ່ໄດ້ຍົກສູງບັນດາປັດໄຈປ່ຽນແປງເຕັກໂນໂລຢີ, ຍົກສູງຄຸນນະພາບ ແລະ ຮັບປະກັນສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານ. ຕາມນັ້ນແລ້ວ, ວິວັດການຜະລິດຍາມໃດກໍ່ໄດ້ຮັບປະກັນຜະລິດແບບສີຂຽວ, ນັບແຕ່ວັດຖຸດິບສົ້ນເຂົ້າຕະຫຼອດຮອດຜະລິດຕະພັນສົ້ນອອກລ້ວນແຕ່ເປັນມິດກັບສິ່ງແວດລ້ອມ ແລະ ບໍ່ກໍ່ຜົນຮ້າຍຕໍ່ສຸຂະພາບຂອງມະນຸດ. ວິສາຫະກິດກໍ່ໄດ້ລົງທຶນຕ່ອງໂສ້ການຜະລິດນຳໃຊ້ເຄື່ອງຈັກທີ່ທັນສະໄໝ ດ້ວຍເຕັກໂນໂລຢີໃໝ່ທີ່ນຳເຂົ້າຈາກອາເມລິກາ, ເອີລົບ, ຍີ່ປຸ່ນ ແລະ ບັນດາປະເທດມີພື້ນຖານວິທະຍາສາດເຕັກນິກທີ່ພັດທະນາ ເພື່ອແນະນຳອອກສູ່ຕະຫຼາດບັນດາຜະລິດຕະພັນທີ່ມີຄຸນນະພາບ. ທ່ານນາງ ທ້າຍບາວເຈິນ, ຮອງຜູ້ອຳນວຍການຮັບຜິດຊອບ ໂຮງງານປຸງແຕ່ງວັດຖຸດິບ ຮັງນົກແອ່ນ ໃຫ້ຮູ້ວ່າ:

ຮັງນົກແອ່ນທຳມະຊາດພາຍຫຼັງໄດ້ຮັບການຂຸດຄົ້ນ, ພວກຂ້າພະເຈົ້າຈະນຳເຂົ້າວິວັດການປຸງແຕ່ງ ເພື່ອຜະລິດອອກຜະລິດຕະພັນຮັງນົກແອ່ນທຳມະຊາດ. ໄປຄຽງຄູ່ກັນນັ້ນ, ທາງບໍລິສັດກໍ່ມີຜະລິດຕະພັນຈາກຮັງນົກແອ່ນທີ່ຂຸດຄົ້ນຢູ່ບັນດາບໍລິສັດລ້ຽງນົກທີ່ມີຄຸນນະພາບສູງ ໂດຍບໍລິສັດຮ່ວມທຸລະກກິດ, ເຊື່ອມຕໍ່ ແລະ ຖ່າຍທອດເຕັກໂນໂລຢີລ້ຽງນົກແອ່ນທີ່ມີເຄື່ອງໝາຍ Sanvinest.

ຊຸມປີຜ່ານມາ, ທາງບໍລິສັດຮັງນົກແອ່ນ ແຄ້ງຮ່ວາພວມຕັ້ງໜ້າຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ພ້ອມທັງ, ຍູ້ແຮງການຫັນເປັນດີຈີຕອນ ຜ່ານການຂາຍເຄື່ອງຜ່ານບັນດາຊ່ອງທາງການຄ້າເອເລັກໂຕນິກ, ໂຄສະນາເຄື່ອງໝາຍການຄ້າທາງສື່ສັງຄົມອອນໄລ ກໍ່ຄືບັນດາແອັບໂທລະສັບດ້ວຍເນື້ອໃນທີ່ອຸດົມສົມບູນ, ດຶງດູດຜູ້ບໍລິໂພກ.

ໃນໄລຍະເວລາກ່ວາ 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ທາງບໍລິສັດ ຮັງນົກແອ່ນ ແຄ້ງຮ່ວາ ໄດ້ປະກອບສ່ວນເຂົ້າວົງເງິນການສົ່ງອອກຂອງຂະແໜງກະສິກຳ, ປ່າໄມ້, ສິນໃນນ້ຳຂອງ ຫວຽດນາມ, ແມ່ນຫົວໜ່ວຍຂຸດຄົ້ນຮັງນົກແອ່ນ ແຖວໜ້າປະເທດ, ໄດ້ຢັ້ງຢືນອິດທິພົນຊື່ສຽງ, ເຄື່ອງໝາຍວິສາຫະກິດຢ່າງບໍ່ຢຸດຢັ້ງ. ບໍລິສັດແມ່ນສິ່ງພິສູດໃຫ້ເຫັນຜົນສຳເລັດຂອງວິສາຫະກິດແຫ່ງໜຶ່ງໃນຂະແໜງຮັງນົກແອ່ນ ຫວຽດນາມ ເມື່ອບືນຕົວຂຶ້ນອອກສູ່ຕະຫຼາດໂລກ. ໃນໄລຍະຈະມາເຖິງ, ທາງບໍລິສັດຈະສືບຕໍ່ວາງເປົ້າໝາຍກາຍເປັນລັດວິສາຫະກິດແຖວໜ້າປະເທດໃນການດຳເນີນທຸລະກິດຜະລິດຕະພັນຮັງນົກແອ່ນ, ຍູ້ແຮງການນຳໃຊ້ເຕັກໂນໂລຢີ 4.0 ໃນການເຄື່ອນໄຫວບໍລິຫານ ແລະ ຜະລິດດຳເນີນທຸລະກິດ, ພ້ອມທັງສູ້ຊົນບືນຕົວຂຶ້ນອອກສູ່ 5 ທະວີບ, ພັດທະນາຢ່າງແຮງຢູ່ບັນດາກຸ່ມຕະຫຼາດທີ່ມີລາຍຮັບສູງຢູ່ອາຊີ, ທະວີບອາເມລິກາ ແລະ ກຸ່ມຕະຫຼາດດັ້ງເດີມທີ່ມີຄວາມສາມາດບົ່ມຊ້ອນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top