• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ

ຕອນແລງວັນທີ 04 ສິງຫາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດເອກະຊົນ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ.
ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມ

ກ່າວຄຳເຫັນນະທີ່ນີ້, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ສະເໜີໃຫ້ຮັບຮູ້ບັນດາຮົ້ວກີດຂວາງ, ຈຸດອຸດຕັນກ່ຽວກັບລະບອບລະບຽບການ, ກົດໝາຍເພື່ອສະເໜີມາດຕະການແກ້ໄຂໃຫ້ແກ່ເສດຖະກິດເອກະຊົນຢ່າງທັນການ; ສົ່ງເສີມ, ສ້າງເງື່ອນໄຂ, ແຮງບັນດານໃຈ, ນຳວິສາຫະກິດເອກະຊົນກາຍເປັນກຳລັງໜູນສຳຄັນທີ່ສຸດໃຫ້ແກ່ການພັດທະນາເສດຖະກິດຂອງປະເທດ.

“ພວກເຮົາຕ້ອງສ້າງບັນຍາກາດ , ຄວາມເຊື່ອໝັ້ນ, ສ້າງຂະບວນການ, ປຸກລະດົມການເຂົ້າຮ່ວມຂອງປະຊາຊົນ, ວິສາຫະກິດ. ຢາກປຸກລະດົມປະຊາຊົນ, ວິສາຫະກິດໃຫ້ໄດ້ນັ້ນ ກົງຈັການຈັດຕັ້ງຕ້ອງກຽມພ້ອມຈັດຕັ້ງປະຕິບັດດ້ວຍຄວາມຕັດສິນໃຈສູງ, ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ມີການກະທຳຢ່າງຂ້ຽວຂາດ, ເຮັດວຽກໃດໃຫ້ສຳເລັດວຽກນັ້ນ ແລະ ເຮັດຢ່າງມີຈຸດສຸມ.  ເຮັດແນວໃດເພື່ອສ້າງການຫັນປ່ຽນ, ຂະບວນການ, ທ່າອ່ຽງ ແລະ ສຸດທ້າຍແມ່ນການປະກອບສ່ວນຢ່າງມີປະສິດທິຜົນຂອງວິສາຫະກິດເຂົ້າໃນການພັດທະນາພືິ້ນຖານເສດຖະກິດ”.

ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດໄດ້ເຂົ້າເຖິງແຫຼ່ງຊັບພະຍາກອນ, ແຮ່ທາດ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ…

(ແຫຼ່ງຄັດຈາກ VOV)

ໃກ້​ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ກອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ 80 ປີ ແຫ່ງວັນສ້າງຕັ້ງ, ຕໍ່​ສູ້ ແລະ ເຕີບ​ໃຫຍ່

ໃກ້​ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ກອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ 80 ປີ ແຫ່ງວັນສ້າງຕັ້ງ, ຕໍ່​ສູ້ ແລະ ເຕີບ​ໃຫຍ່

ກອງປະຊຸມສຳມະນາຈະຈັດຂຶ້ນໃນວັນທີ 14 ສິງຫາ ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາການນຳ, ອະດີດການນຳພັກ, ລັດ; ຜູ້ຕາງໜ້າການນຳບັນດາຄະນະ, ຂະແໜງການ, ໝູ່ຄະນະຢູ່ຂັ້ນສູນກາງ; ການນຳ, ອະດີດການນຳກະຊວງປ້ອງກັນປະເທດ, ກອງເສນາທິການໃຫຍ່, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ… ພ້ອມດ້ວຍບັນດານັກວິທະຍາສາດ, ຕົວພະຍານປະຫວັດສາດ.

Top