• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ວັ​ດ​ທະ​ນະ​ທຳໃຫ້​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ພາຍ​ໃນ​ໃຫ້​ແກ່​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສອງ​ຕົວ​ເລກ

ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໄດ້​ມອບ​​ບັນ​ດາ​ເປົ້າ​ໝາຍ​ລະ​ອຽດ​ໃຫ້​ແກ່​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ.
  ທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງເຮັດ​ວຽກ​ຂອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ (ພາບ: VNA)  

ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໄດ້​ມອບ​​ບັນ​ດາ​ເປົ້າ​ໝາຍ​ລະ​ອຽດ​ໃຫ້​ແກ່​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ. ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ນີ້, ທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ຮຽ​ກ​ຮ້ອງ​ຕ້ອງມີການ​ປ່ຽນ​ແປງ​ຢ່າງ​ແຮງ​ຈາກ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ໄປສູ່​ການ​ພັດ​ທະ​ນາ​ດ້ວຍ​ວັດ​ທະ​ນະ​ທຳ. ນີ້​ແມ່ນ​ຂໍ້​ມູນທີ່​ໄດ້​ຍົກ​ອອກ​ມາທີ່​ການ​ເຮັດ​ວຽກ​ຂອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ, ປະ​ກອບ​ສ່ວນ​ເຂົ້າ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຕາມ​ຈິດ​ໃຈ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ທີ່ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 17 ກັນ​ຍາ, ຢູ່​ ຮ່າ​ໂນ້ຍ.

ທີ່​ການ​ເຮັດ​ວຽກ, ທ່ານ​ຈິ້ງວັນ​ກວຽດ ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ຮຽກ​ຮ້ອ​ງ​ຕ້ອງ​ຖື​ວັດ​ທະ​ນະ​ທຳ​ທຽບ​ເທົ່າ​ກັບ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ສັງ​ຄົມ​, ຖື​ວັດ​ທະ​ນະ​ທຳ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ, ວັດ​ທະ​ນະ​ທຳ​ເປັນ​ກຳ​ລັງ​ແຮງ​ກ່ຽວ​ກັບ​ແຫຼ່ງ​ກຳ​ລັງ​ພາຍ​ໃນຢ່າງ​ແທ້​ຈິງ. ດັ່ງ​ນັ້ນ, ຕ້ອງ​ມີ​ນະ​ໂຍ​ບາຍ​ການລົງ​ທຶນ​ໃຫ້​ແກ່​ວັດ​ທະ​ນະ​ທຳ ແລະ ປຸກ​ລຸກ​ແຫຼ່ງ​ກຳ​ລັງ, ສ້າງ​ກົນ​ໄກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ອື່ນ​ເຂົ້າ​ຮ່ວມການ​ລົງ​ທຶນ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

(ແຫຼ່ງຄັດຈາກ VOV)

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຕະຫຼາດຫຼັກ​ຊັບ ​ຫວຽດ​ນາມ ໄດ້​ເລື່ອນຂຶ້ນ​ລະ​ດັບ​ກາຍ​ເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຕາມ​ການຈັດ​ແບ່ງ​ຂອງ FTSE Russell ຢ່າງ​ເປັນ​ທາງ​ການ3.

Top